ຊົມເຊີຍ!..ແພດໄທຊ່ວຍອອກ ທຶນປິ່ນປົວຄົນລາວໂດຍບໍ່ເສຍຄ່າໃຊ້ຈ່າຍເປັນເງິນ 1 ແສນກວ່າບາດ
ພວກເຈົ້າຄຸນຫມໍ ພາພໍ່ຄືນມາໄດ້ສຳເລັດ … พวกคุณ พาพ่อคืนมาให้ลูกๆได้สำเร็จ .สายของวันหนึ่ง
,
ທ່ານຫມໍ ຣາຊັນ ( ທ່ານຫມໍໄທ) ວ່າ ເຮັດແນວໃດດີຫວາ ຍາດພີ່ນ້ອງຂອງຄົນໄຂ້ຊາວລາວ ຂໍເອົາກັບໄປຕາຍທີ່ບ້ານ ຢູ່ປະເທດລາວ …ທ່ານຫມໍວ່າແຕ່ຂ້ອຍວ່າ


ສາມາດຮັກສາໄດ້ ຫລື ປີ່ນປົວຫາຍດີໄດ້ “ຍາດຄົນໄຂ້ວ່າ ພວກເຮົາຍາດພີ່ນ້ອງຈົບປັນຍາແລ້ວ ເພາະບໍ່ມີເງີນຮັກສາຕໍ່ໄດ້ ເພາະດຽວນີ້ ຍັງເຫລືອພຽງ 200 ບາດເທົ່ານັ້ນ ຈ່າຍຄ່າກັບບ້ານຍັງບໍ່ພໍ, ເງີນກິນເຂົ້າກະບໍ່ມີ ” ຫມົດທາງຊິຮັກສາແລ້ວ
>ທ່ານຫມໍ ຣາຊັນ…ຖ້າເອົາກັບໄປແມ່ນຕາຍແນ່ນອນ ແຕ່ຮັກສາຕໍ່ໄປອີກຫນື່ງເດືອນ ໃຊ້ຈ່າຍຄ່າຮັກສາປະມານ 1 ແສນກວ່າບາດ
>ທ່ານຫມໍເລີຍວ່າ: ຂ້ອຍຈະລະດົມຊ່ວຍນະ
>ທ່ານຫມໍ ຣາຊັນ…ຂ້ອຍຈະລະດົມແຊໄປໃນກຸ່ມນະຄຮັບ
..ຫລັງຈາກ ທ່ານຫມໍ ຣາຊັນ ໂພສໄປໃນກຸ່ມ ໄດ້ 10 ນາທີ..


✓ ທ່ານຫມໍເອ້ບ ( หมอเอ้บ )… อาจารย์ศัลยแพทย์ระดับพระเจ้า รพ.ในอุดร(รพ.กุมภวาปี)..’ เอาเลยหมอราชันย์ ผมระดมทุนทางนี้เอง
✓ หมอยศ.. อาจารย์แพทย์เด็ก รพ.ในลพบุรี ” ผมช่วยเต็มที่ครับหมอราชันย์ บอกมาเลย “
✓ ผม …หมอราชันย์ เดินเรื่องรักษาเลย เราหาเงินได้แน่
*** ຫລັງຈາກ 12 ຊົ່ວໂມງ ກໍ່ໄດ້ຮັບເງີນລະດົມທືນມາ*** ທ່ານຫມໍກໍ່ໃຫ້ຈຳນວນຫນື່ງໃຫ້ທັງຍາດພີ່ນ້ອງໄດ້ຊື້ກິນຢູ່ , ອີກສ່ວນຄ່າຮັກສາແມ່ນທ່ານຫມໍເກັບໄວ້ຈ່າຍໃຫ້ໂຮງຫມໍ
ຊົມຄລີບ
,,


ເປັນເລື່ອງລາວທີ່ໜ້າປະທັບໃຈຫຼາຍ ເມື່ອແພດໝໍໄທໄດ້ເຜີຍແຜ່ການຊ່ວຍເຫຼືອຄົນເຈັບທີ່ເປັນຄົນລາວ ໄປປິ່ນປົວຢູ່ໄທ ແຕ່ເງິນໝົດກ້ຽງ ແນມຫາຫົນທາງອອກບໍເຫັນ ທີ່ໜ້າເຫັນໃຈໄປກວ່ານັ້ນແມ່ນຄົນເຈັບອາຍຸຍັງນ້ອຍ ມີລູກນ້ອຍອີກ 4 ຄົນທີ່ຕ້ອງດູແລເບິ່ງແຍງ ແຕ່ດ້ວຍຖານະຄອບຄົວທີ່ບໍມີທາງຄອບຄົວຈິ່ງຂໍເອົາຜູ້ເປັນພໍ່ກັບບ້ານແລ້ວແຕ່ບຸນແຕ່ກຳ ຈະຢູ່ຮອດມື້ໃດກໍ່ແລ້ວແຕ່!
ມື່ອແພດໝໍຊື່ ຣາຊັນ ເຫັນແນວນັ້ນໄດ້ຮີບມາປຶກສາທ່ານໝໍໃຫຍ່ຊື່ ອ້າຍກັອດ ພ້ອມບອກວ່າຄົນເຈັບຄົນນີ້ຍັງມີໂອກາດຫາຍ ທາງໂຮງໝໍສາມາດປົວໄດ້ ແຕ່ດ້ວຍງົບທີ່ຂາດເຂີນລູກໆເພິ່ນຂໍເອົາພໍ່ກັບບ້ານເພາະບໍ່ສາມາດປົວຕໍ່ໄດ້ແລ້ວ ຖ້າເອົາໄປລາວບໍ່ລອດແນ່ນອນ ແຕ່ຖ້າຈະປົວຕໍ່ຄ່າຮັກສາຕ້ອງແກ່ຍາວເວລາອີກເຄິ່ງເດືອນຕົກເປັນເງິນແສນກວ່າບາດ ຫຼື ປະມານ 50 ລ້ານກີບ(ອັດຕາແລກປ່ຽນປະຈຸບັນ).
ທ່ານໝໍຄົນນັ້ນຍັງເລົ່າຕໍ່ວ່າ ຄົນເຈັບຜູ້ນີ້ໝົດຫົນທາງສູ້ອີຫຼີ ເຂົ້າຈະກິນຍັງບໍມີແຖມເງິນຈະຂ້າມກັບກໍບໍພໍ ເງິນກ້ອນສຸດທ້າຍທີ່ເຫຼືອຢູ່ຄື 200 ບາດ.
ເມື່ອຮູ້ຂ່າວແນວນັ້ນໝໍ ກັອດ ບໍວ່າຫຍັງຫຼາຍ ບອກໃຫ້ແຊັດລົງກຸ່ມແພດໝໍທັນທີ 10 ນາທີຕໍ່ມາ ໝໍເອັບ ທີ່ເປັນອາຈານແພດຜູ້ໃຈດີຢູ່ໂຮງໝໍອຸດອນ ໄດ້ຕອບໝໍຣາຊັນວ່າ ຕົນຈະລະດົມທຶນ ຫຼັງຈາກນັ້ນໝໍຍົດທີ່ເປັນອາຈານແພດເດັກຈາກລົບບູຣີ ກໍ່ຕອບຢືນຢັນຈະຊ່ວຍເຕັມທີ່…..


ພາຍຫຼັງໄດ້ຮັບຄວາມເຫັນທີ່ຕົງກັນຈາກແພດໝໍຫຼາຍທ່ານ ໝໍຣາຊັນ ໝັ້ນໃຈວ່າຕ້ອງຫາເງິນໄດ້ແນ່ນອນ ຈິ່ງໃຫ້ດຳເນີນເລື່ອງການຮັກສາຕາມຂະບວນຢ່າງສຸດຄວາມສາມາດ.


12 ຊົ່ວໂມງຕໍ່ມາ ຫຼັງຈາກແຊັດເຂົ້າກຸ່ມຄັ້ງທຳອິດ ທີມແພດໝໍໄດ້ດຶງເອົາພໍ່ຂອງລູກໆຊາວລາວທັງ 4 ຄົນທີ່ຍັງນ້ອຍອອກມາຈາກຄວາມຕາຍໄດ້ສຳເລັດ,
ທ່ານໝໍຜູ້ຢູ່ໃນເຫດການເລົ່າວ່າ ຜົນງານຄັ້ງນີ້ມີແພດໝໍຜູ້ປິ່ນປົວຫຼັກ 4 ຄົນ ແຕ່ມີຜູ້ຊ່ວຍສະໜັບສະໜູນດ້ານທຶນຮອນການປິ່ນປົວລວມ 10 ກວ່າຄົນມີທັງແພດໝໍ ແລະນັກທຸລະກິດທີ່ຮູ້ຈັກກັນຈິ່ງຊ່ວຍເອົາຊີວິດຂອງພໍ່ຄົນລາວຄົນນັ້ນກັບຄືນມາໄດ້.
ຂອບໃຈພຮະຄຸນ ຜູ້ຮ່ວມບໍລິຈາກເງີນຊ່ວຍດຫລື່ອຄົນໄຂ່ຄັ້ງນີ້ ເຊີ່ງລາຍຊື່ດັ່ງລຸ່ມນີ້
‘ น้องซายน์ รพ.มุก
‘ น้องนิก นักธุรกิจจากกรุงเทพ
‘ น้องอาท จากอำนาจเจริญ
‘ ทีมพยาบาล ที่หากระทั่งข้าวให้เขากิน
‘ คุณปีนัง เขตเสือ
‘ รพ.มุก เมตตาค่าใช้จ่ายอัตรา มนุษย์ธรรม
‘ น้องแพรว ร้าน พ.กะเพรา
‘ คุณวา ตลาดอินโดจีน
‘ น้องทิพ รพ.กุมภวาปี
‘ เพื่อนๆหมอ นรงค์ศักดิ์
‘ น้องเอ๋น้องหน่อย สำนักงานจังหวัด
‘ อาจารย์แดง ผจก.โรงแรมที่ลาว
…..แค่เรา 4 คน เรี่ยวแรงคงไม่พอ
พวกคุณต่างหาก ที่ร่วมกันร่ายมนต์นี้ขึ้นมา
ขอบพระคุณ มนุษยธรรม นี้ครับ