ຂ່າວລາຍວັນ
ຂ່າວດີ!!! ປັບລົງລາຄານ້ຳມັນລົງ ທຸກປະເພດ ເລີ່ມມື້ອື່ນເຊົ້າ ວັນທີ 17 ພະຈິກ 2022
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 17/11/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1549/ອຄ ລົງວັນທີ 16 ພຈ 2022.
ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ
– ແອັດຊັງພິເສດ ປັບຂື້ນ -480 ກີບ/ລິດ.
– ແອັດຊັງທຳມະດາ ປັບຂື້ນ -370 ກີບ/ລິດ.
– ກາຊວນ ປັບລົງ -380 ກີບ/ລິດ.
– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບ ລກທີ 1549/ອຄ ລົງວັນທີ 16 ພຈ 2022,ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບລກທີ 1549/ອຄ ລົງວັນທີ 16 ພຈ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ

