ຂ່າວລາຍວັນ

ແລ່ນ ເພື່ອເດັກໄດ້ຮັບການປີ່ນປົວຟຼີ ແຕ່ວຽງຈັນ-ຫລວງພະບາງ 385 ກມ

ຍອດບໍລິຈາກໄດ້624.751.336 LAK ຊ່ວຍໂຮງໝໍເດັກ ເພື່ອນລາວ ແຂວງຫລວງພະບາງ ຜ່ານກິດຈະກຳ ແລ່ນ 385 ກມ ວຽງຈັນ- ຫລວງພະບາງ

25-29 ຕຸລາ 2022 ຖືເປັນພະລັງມວນຊົນ ຄັ້ງໃຫຍ່ ເພື່ອເດັກນ້ອຍ ທາງພາກເໜືອ ລາວເຮົາ ຈະຮັບການປີ່ນປົວທີ່ມີປະສິດທິພາບ ແລະ ບໍ່ໄດ້ເສຍຄ່າໃຊ້ຈ່າຍໄດໆ.

ທີມວີລັນ ແລະ ຄະນະຊ່ວຍຈັດງານ ຂໍສະແດງຄວາມຂອບໃຈ ອ້າຍເອື້ອຍນ້ອງ , ໝູ່ເພື່ອນ , ຄອບຄົວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຮ່ວມກັນບໍລິຈາກ .

ຂໍຂອບໃຈ ຜູ້ໃຫ້ການສະໜັບສະໜູນທຸກພາກສ່ວນ

ຂໍຂອບໃຈ ນັກແລ່ນຫລັກ 4 ທ່ານ ແລະບັນດານັກແລ່ນ support ທີ່ສະຫລະເວລາ ໃນການຝືກຊ້ອມຢ່າງໜັກ ແລະ້ເຮັດເລັດພາລະກິດນີ້ຢ່າງປອດໄຟ ເປັນແບບຢ່າງໃຫ້ກັບຄົນຮຸ່ນໃໝ່ ທີ່ຈະນຳເອົາ ສີ່ງທີ່ຕົນມັກ ແລະຖະໜັດ ມາປະກອບສ່ວນຊ່ວຍສັງຄົມຕໍ່ໆໄປ.

ຂອບໃຈ ສະມາຊິກ ແລະ ຄອບຄົວ ທີມວີລັນ ທຸກຄົນທີ່ ຮ່ວມຝືກຊ້ອມ ຮ່ວມບໍລິຈາກ ຮ່ວມລະດົມທືນ ແລະ ຮ່ວມເປັນກຳລັງໃຈໃຫ້ນັກແລ່ນ.

ຂອບໃຈ ນັກແລ່ນລາວເຮົາ ທີ່ຢູ່ຕ່າງປະເທດ ມາຮ່ວມແລ່ນ ແລະ ຮ່ວມລະດົມທືນຊ່ວຍໃນຄັ້ງນີ້ Chou Chou Khamp Thongrivong

ຂໍຂອບໃຈ ນັກແລ່ນທຸກຄົນ ແລະ ຜູ້ຮ່ວມບໍລິຈ່ກ ຕາມເສັ້ນທາງແລ່ນ ຕະຫລອດໄລຍະ 5 ວັນ , ຂອບໃຈ ນັກແລ່ນ ທາງຫລວງພະບາງ ແລະ ຊາວເມືອງ ຫລວງພະບາງ ທີໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ທີ່ສຸດ.

ຂໍຖືໂອກາດນີ້ ອວຍພອນໃຫ້ທຸກຄົນ ມີແຕ່ຄວາມສຸກ ຄວາມຈະເລີນ ຕະຫລອດປີ ແລະ ຕະຫລອດໄປ.

ຊົມຄລີບ

,,

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page