ສາວນ້ອຍສຸດເກັ່ງ! ເລົ່າປະສົບການຊີວິດກ່ອນຊິມີ ຄືທຸກມື້ນີ້
#ສິເລົ່າເລື່ອງກ່ອນທີ່ຈະມີຊີວິດດີຂື້ນຂັ້ນໜື່ງໃນມື້ນີ້ ກ່ອນຈະມີເຮືອນງາມງາມຢູ່ ລົດງາມໆຂີ່.
ຮູບທຳອິດເປັນຮູບຕູບທີ່ຟ້າເຄີຍຢູ່.


ຍາມຝົນແຖບຈະນອນບໍ່ໄດ້ ທັງຮົ່ວ ທັງລົມລ່ວງ. ຄວາມປອດໄພບໍ່ມີ ເພາະເປັນໄມ້ທີ່ສາມາດງັດແງະໄດ້ສະບາຍ ໂຈນເຄີຍເຂົ້າຕອນທີ່ຟ້າກັບນ້ອງສຸກຢູ່2ຄົນ ຕອນນັ້ນແມ່ໄປຫາໄປງານກັບຄັງເຊນ ດີແຕ່ຟ້າກັບນ້ອງບໍ່ເປັນຫຍັງມັນເອົາແຕ່ເຄື່ອງທີ່ຂາຍເລັກໆນ້ອຍໆໄປ
ກ່ອນຈະໄດ້ມາຢູ່ຕູບນີ້ແມ່ນແມ່ເຄີຍຊື້ເຮືອນນ້ອຍໆຫລັງ1ມາກ່ອນ ແລະ ຄ້າVາຍໄປນຳ ຈົນມາຮອດມື້ຫນື່ງເຈົ້າຂອງເຮືອນທີ່Vາຍໃຫ້ຍົກເລີກວ່າບໍ່Vາຍແລ້ວເດີໃຫ້ພວກເຈົ້າເກັບເຄື່ອງອອກເລີຍ ແລະລາວກະຄືນເງີນທີ່ຈ່າຍໄປກ່ອນສ່ວນ1.
ແຕ່ແມ່ ຟ້າ ແລະ ນ້ອງສຸກຍັງບໍ່ສາມາດອອກກັບມື້ໄດ້ ບໍ່ຮູ້ສິໄປຢູ່ໃສ ຕ້ອງຊອກບ່ອນຢູ່ກ່ອນ ແລະ ລຸງປ້າກະໄດ້ຂື້ນມາແຕ່ປາກເຊມາລົມຊ່ວຍລາວຈື່ງໃຫ້ເວລາຊອກບ່ອນຢູ່3ມື້ #ຈື່ງໄດ້ເຊົ່າຕູບນີ້ຢູ່


.
ສະຕໍຣີ່ເລື່ອງເລົ່າຊີວິດ ເລົ່າສ່ຳໃດກໍບໍສຸດ ເພາະເສັ້ນທາງທີ່ຜ່ານມາກ່ອນຈະຮອດຈຸດຫມາຍ ເຈີຫລາຍຢ່າງເຂົ້າມາທ່າຖົມແຮງ. ຟ້າມີໄອດໍ້ທີ່ໃຈສູ້ ສູ້ຊີວິດ ກໍຄືແມ່ ເຖິງຈະທຸກຍາກລຳບາກສ່ຳໃດກໍຕາມແມ່ເປັນຄົນຫນື່ງທີ່ບໍ່ມັກຈົ່ມຈຸກຈິກໃຫ້ລູກຍິນມີແຕ່ຕັ້ງຫນ້າຕັ້ງຫາຫາເງີນຢ່າງດຽວ


.
ຈົນມາຮອດຈຸດທີ່ຟ້າຕ້ອງລຸຍຈິງຈັງ ກະຕັ້ງໃຈລຸຍຢ່າງດຽວບໍ່ຄິດຫລາຍບໍ່ຈົ່ມຫລາຍ ຄິດໃສ່ແຕ່ພະລັງງານ+++
ມື້ນີ້ລູກສ້າງຊີວິດທີ່ດີຂື້ນໃຫ້ແມ່ແລ້ວເດີ #ທັງພິມທັງນ້ຳຕາຊຶມ


.


.


.

