ຂ່າວລາຍວັນ

ຂ່າວດີ! ພົບປາ ໃກ້ຈະສູນພັນໃນໂລກ ທີ່ອ່າງນໍ້າເທີນ 2

ຂ່າວດີ! ພົບປາ ໃກ້ຈະສູນພັນໃນໂລກ ທີ່ອ່າງນໍ້າເທີນ 2

ໜັງສືພິມ ວຽງຈັນທາຍ ລາຍງານວ່າ ໄດ້ມີການ ພົບເຫັນ ປາກາງ ຫຼື Luciocyprinus striolatus ໜຶ່ງໃນຊະນິດພັນປາ ທີ່ໃກ້ຈະສູນພັນຈາກໂລກ ຢູ່ອ່າງເກັບນໍ້າ ເຂື່ອນນໍ້າເທີນ 2, ພາກກາງ ຂອງ ສປປ ລາວ !!!

ມີລາຍງານ ການພົບປາກາງ ຂະໜາດນໍ້າໜັກປະມານ 100-200 ກກ ຢູ່ອ່າງເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າຕົກ ນໍ້າເທີນ 2 ຢູ່ແຂວງຄໍາມ່ວນ ຊຶ່ງເປັນຊະນິດພັນປາ ທີ່ຍັງເຫຼືອໜ້ອຍຫຼາຍ ແລະ ສ່ວນໃຫຍ່ຈະພົບມັນ ໃນລະບົບນິເວດ ທີ່ສະຫຼັບຊັບຊ້ອນ.

..

ຫົວໜ້າພະແນກຄຸ້ມຄອງສວນ ຂອງເຂື່ອນ ລາຍງານໃນວັນພະຫັດ 17/11/2022 ນີ້ ໃຫ້ຮູ້ວ່າ ປາກາງ ແມ່ນໜຶ່ງໃນຊະນິດພັນປານໍ້າຈືດໃຫຍ່ ໃນ ສປປ ລາວ. ຈາກການປະເມີນແບບບໍ່ທັນລະອຽດ, ຄາດວ່າ ຈະມີ ບໍ່ກາຍ 100 ໂຕ ໃນເຂດອ່າງເກັບນໍ້າ ນໍ້າເທີນ 2.

ນອກນີ້ ຍັງພົບກຸ່ມ ປາກາງຂະໜາດນ້ອຍ ໃນເຂດສະຫງວນ 5 ແຫ່ງ ໃນເຂດອ່າງເກັບນໍ້າ.

.

ປັດຈຸບັນ ທາງໂຄງການ ແມ່ນກໍາລັງມີແຜນ ສຶກສາພັນທຸກໍາ DNA ຂອງປາກາງ ແລະ ສຶກສາ ແຫຼ່ງທີ່ຢູ່ອາໄສ ວ່າມັນຢູ່ແນວໃດ ແລະ ພ້ອມສຶກສາ ຕິດຕາມ ຈໍານວນປາຊະນິດນີ້ ໃນເຂດດັ່ງກ່າວ.

ປະຊາຊົນ ທີ່ອາໃສ ຢູ່ໃກ້ເຂດດັ່ງກ່າວ ກ່າວວ່າ ສາມາດພົບເຫັນປາຊະນິດນີ້ ບໍລິເວນນໍ້າເລິກຂອງອ່າງເກັບນໍ້າ ເຂື່ອນໄຟຟ້ານໍ້າເທີນ 2.

..

ໃນເມື່ອກ່ອນ, ປາກາງ ແມ່ນມີຫຼາຍ ໃນເຂດ ນໍ້າເທີນ ແລະ ປະຊາຊົນມັກຈັບ ເອົາໄປເປັນອາຫານ. ແຕ່ປະຈຸບັນ ປະຊາກອນພວກມັນ ໂດຍສະເພາະໂຕໃຫຍ່ ແມ່ນມີຫນ້ອຍຫຼາຍ. ປາຊະນິດນີ້ມັກວາງໄຂ່ ຢູ່ບ່ອນນໍ້າເລິກ ນໍ້າໄຫຼ ແລະ ມັກກິນປາ ຊະນິດອື່ນ ທີ່ນ້ອຍກ່ວາ.

Cr: ໜັງສືພິມ VientianeTimes
Photo: my Terry Vongphachan & ສູດຂອບຟ້າລາວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page