ຍິນດີນຳ!..ຄວາມຮັກບໍ່ມີພົມແດນ ຍິງແຕ່ງຍິງ ຂໍໃຫ້ມີລູກເຕັມບ້ານຫຼານເຕັມເມືອງ
👰🏻💙🤵🏻ແຕ່ງເລີຍໄດ້ບໍ່???💙💙💙
.
ຕ້ອງຜ່ານການຄົບ ການເລີກ ການເຈັບອີກຈັກເທື່ອກວ່າຈະພໍ້ກັບຄົນທີ່ພ້ອມສ້າງອະນາຄົດໄປນຳກັນແທ້ໆ😂ທຸກໆເທື່ອທີ່ເລີກກັບຄົນໃດກໍ່ຕາມ.


ຮູ້ຕະຫຼອດວ່າຄົນທີ່ເສຍໃຈກວ່າກໍ່ຄືພໍ່ກັບແມ່…ເພາະເພິ່ນຈະຄອຍເປັນຫວ່ງແລະຄິດຢ້ານວ່າການທີ່ເຮົາຄົບເພດດຽວກັນເຂົາຈະດູແລ ຈະພາລູກສາວເພິ່ນມີອະນາຄົດທີ່ດີໄດ້ຫຼືບໍ່???
ມື້ນີ້ເປັນຄັ້ງແລກທີ່ໄດ້ເຫັນນ້ຳຕາຂອງແມ່ ນ້ຳຕາແຫ່ງຄວາມດີໃຈທີ່ເພິ່ນໄດ້ເຫັນລູກສາວພໍ້ກັບຄົນທີ່ດີ ຄົນທີ່ພາຫາພາສ້າງແລ້ວແທ້ໆ☺ຕໍ່ໄປນີ້ແມ່️ບໍ່ຕ້ອງເປັນຫວ່ງບໍ່ຕ້ອງຄິດນຳລູກແລ້ວເດີ້.
.


ເພາະລູກເຂີຍຂອງແມ່ຄົນນີ້ພິສູດໃຫ້ເຫັນແລ້ວວ່າລູກຝາກຊີວິດໄວ້ນຳເຂົາໄດ້!!!👫ຂອບໃຈຄົນຂ້າງໆເດີ້ທີ່ບໍ່ວ່າຈະມີຫຍັງກໍ່ຄິດເຫັນຄວາມຮູ້ສຶກຂອງຂ້ອຍກ່ອນສະເໝີ
.
ຕັ້ງແຕ່ມື້ແລກທີ່ຄົບເຈົ້າກໍ່ຈະບອກສະເໝີວ່າຈະບໍ່ພາຂ້ອຍຢູ່ແຕ່ຫ້ອງເຊົ່າໄປຕະຫຼອດຊີວິດ…ໃນທີ່ສຸດມື້ນີ້ເຮົາກໍ່ເຮັດໄດ້ແລ້ວ🏡ກ້າວແລກຂອງເຮົາ🤝ຖ້າຕໍ່ໄປໃນອະນາຄົດມັນຈະມີຫຍັງເກີດຂຶ້ນມາກໍ່ຕາມ…


ຂ້ອຍເຊື່ອວ່າເຈົ້າຈະບໍ່ເຮັດໃຫ້ຂ້ອຍ ແລະ ຄົນອ້ອມຂ້າງຂອງຂ້ອຍຕ້ອງຜິດຫວັງໃນໂຕເຈົ້າແນ່ນອນ🥰🥰🥰(ບໍ່ແທັກໃຫ້ເດີ້ຢ້ານເຈົ້າອາຍລູກຄ້າ🤣)


ທີມາ.

