ຂ່າວລາຍວັນ

ດ່ວນ ປະກາດສັ່ງຈັບຕົວທ້າວ ພອນວິໄລ

ດ່ວນ ປະກາດສັ່ງຈັບຕົວທ້າວ ພອນວິໄລ ເມກສຸລິນ, ອາຍຸ 40 ປີ,

ເຊື້ອຊາດ ແລະ ສັນຊາດ ລາວ, ອາຊີບ ກໍາມະກອນ, ໜ່ວຍ 13, ຢູ່ບ້ານ ທາດຫຼວງເໜືອ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ໃນຂໍ້ຫາ: ການທໍາຮ້າຍຮ່າງກາຍຈົນເສຍຊີວິດ

ໃນວັນທີ 22 ພະຈິກ 2022 ໄດ້ມີຜູ້ໃຊ້ເຟສບຸກຊື່ T’tee Sbh ໄດ້ໂພສລົງທີ່ເຟສບຸກສ່ວນຕົວພ້ອມທັງຂໍ້ຄວາມວ່າ: “ ສະບາຍດີ ຂໍກະບອກສຽງທາງສັງຄົມ ແລະ ສື່ອອນລາຍເຮົາຂໍຄວາມຊ່ວຍເຫຼຶອແດ່

ຄືວ່າພໍ່ເຮົາໄປໃສ່ບາດແລ້ວຖືກຄົນຂ້າງບ້ານເອົາໄມ້ຟາດຫົວຈາກທາງຫຼັງຕອນພໍ່ກຳລັງນັ່ງໃສ່ບາດຢູ່ ສາເຫດແມ່ນ ມັນຜິດກັບເມຍແລ້ວເມຍບໍ່ໃຫ້ເຂົ້າເຮືອນ ແລະ ຕອນເຊົ້າພໍ່ໄປໃສ່ບາດຕອນ 6 ໂມງເຊົ້າ

ລະຍ່າງກາຍໜ້າບ້ານມັນລະມັນວ່າພໍ່ຫຼຽວເບີ່ງມັນລະມັນເອົາໄມ້ຄ້ອນນຳໄປຟາດຫົວພໍ່ຢູ່ບ່ອນໃສ່ບາດຈົນບາດເຈັບສາຫັດ (ມີພະຍານເຫັນຈຳນວນຫຼາຍ) ແລະ ນອນຫ້ອງຟື້ນຟູຊີບໄດ້ 8 ມື້ທີ່ໂຮງໝໍ,

ປະຈຸບັນພໍ່ໄດ້ເສຍຊີວິດແລ້ວຢາກຂໍຄວາມເຫັນໃຈຊ່ວຍປະກາດນຳຕາມຫາຜູ້ກໍ່ເຫດແດ່ເພາະຕອນນີ້ມັນຫລົບໜີໄປ ແລະ ຄອບຄົວມັນກໍບໍ່ມາຮັບຜິດຊອບ

ຂໍຄວາມເຫັນໃຈນຳທຸກຄົນຊ່ວຍເປັນຫູເປັນຕາເບິ່ງຂ້າຕະກອນຜູ້ນີ້ໃຫ້ແດ່ຖ້າໃຜພົບເຫັນ

ເຮົາມີເງີນສົມມະນາຄຸນໃຫ້ (ຕອນນີ້ເປັນຫ່ວງແມ່ ແລະ ຄົນໃນຄອບຄົວຢ້ານມັນກັບມາທຳຮ້າຍອີກ ”


ຖ້າໃຜເຫັນເເຈ້ງເຈົ້າໜ້າທີ່ດ່ວນ!!

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page