ຂີ່ໄວ ເສຍຫລັກ ເຂົ້າທະລຸ ເຮືອນ 5 ຫຼັງ ເສຍຊິວິດ 4 ຄົນ
ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ ໃຫ້ຮູ້ວ່າໃນວັນທີ 22 ພະຈິກ 2022 ເວລາ 16 ໂມງ 30 ນາທີ ໄດ້ມີອຸບັດຕິເຫດ ລົດບັນທຸກພວງ ສີຟ້າຂາວ ໝາຍເລກທະບຽນ ສະຫວັນນະເຂດ ບກ 2118 ຂັບຂີ່ໂດຍ ທ້າວ ຈອນ ອາຍຸ 26 ປີ ສັນຊາດ ລາວ ອາຊີບຂັບລົດ
,
ປະຈຸບັນບ້ານນາເຊັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເສຍຫຼັກ ປີ້ນທັບເຮືອປະຊາຊົນ ຢູ່ຖະໝົນເລກທີ 2.6313 ຂອບເຂດ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ ) ເມືອງທ່າປາງທອງ.


ຈຸດເກີດເຫດ ເປັນເສັ້ນທາງລົງພູ ຄົດລ້ຽວ ແລະ ມີຝົນຕົກໜັກເຮັດໃຫ້ທາງໝື່ນ, ຜົນເສຍຫາຍໃນຄັ້ງນີ້ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນເສຍຫາຍ 5 ຫຼັງ ໃນນັ້ນເສຍຫາຍໜັກທັງຫຼັງ ຈຳນວນ 3 ຫຼັງ ແລະ ເລັກໜ້ອຍ 2 ຫຼັງ ແລະ ມີຜູ້ເສຍຊິວິດ ຈຳນວນ 4 ຄົນ, ຍິງ1ຄົນ, ບາດເຈັບສາຫັດ 3 ຄົນ, ຍິງ 1 ຄົນ,
,
ບາດເຈັບສົມຄວນ 2 ຄົນ, ບາດເຈັບເລັກໜ້ອຍ 2 ຄົງ, ລວມທັງໝົດ ບາດເຈັບ ແລະ ເສຍຊີວິດ ຈຳນວນ 11 ຄົນ, ຍິງ 4 ຄົນ ປັດຈຸບັນລົດຄັນດັ່ງກ່າວ ແລະ
ວັດຖຸທີ່ຖຶກເສຍຫາຍ ແມ່ນທາງເຈົ້າໜ້າ ໄດ້ຮັກສາໄວ້ຢູ່ບ່ອນເກີດເຫດ ສ່ວນມູນຄ່າການເສຍຫາຍ ຍັງບໍ່ທັນສາມາດສະຫຼູບໄດ້ ສ່ວນຜູ້ຂັບຂີ່ ແມ່ນທາງເຈົ້າໜ້າທີ່ ໄດ້ກັກຕົວ ຢູ່ ປກສ ເມືອງທ່າປາງທອງ ເພື່ອດໍາເນີນການສືບສວນ-ສອບສວນ ຕໍ່ໄປ.


ໃນວັນທີ 23 ພະຈິກ 2022 ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ແລະ ພາກສ່ວນທີ່ກຽວຂ້ອງໄດ້ລົງໃຫ້ກຳລັງໃຈ ພ້ອມມອບເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ແລະ
,
ເງິນເສົດ ຈຳນວນ 3.000.000 ກີບ ໃຫ້ກັບຄອບຄົວຜູ້ທີ່ເກີດອຸບັດຕິເຫດ ລົດປີ້ນທັບເຮືອນຂອງປະຊາຊົນຢູ່ທີ່ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ) ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເພື່ອແບ່ງເບົາຄວາມທຸກໂສກ ໃນເຫດການຄັ້ງນີ້.