ສຸດສະເທືອນໃຈ!.. ຢາກເຫັນລູກ 5 ຄົນ ແຕ່ໂທຫາແລ້ວຖືກຕັດສາຍພໍ່ຖິ້ມໝົດ ໂຊກດີມີຫນຸ່ມຊ່ວຍຈ່າຍຄ່າລົດກັບບ້ານ..
ສຸດສະເທືອນໃຈ ຢາກເຫັນລູກ 5 ຄົນ ແຕ່ໂທຫາແລ້ວຖືກຕັດສາຍພໍ່ຖິ້ມໝົດ ນີ້ເຮົາຂໍຍົກອີກຫນຶ່ງເລື່ອງທີ່ສຸດຈະສະເທືອນໃຈ ຫຼັງຈາກຜູ້ໃຊ້ແອັບພລິກເຄຊັນ t.i.k.t.o.k ທ່ານຫນຶ່ງໄດ້ເອົາມາລົງ
,
ໂດຍໃນຄລິບ ບອກວ່າໄດ້ຂຶ້ນລົດທົວກຸງເທບ-ຮ້ອຍເອັດ ເພື່ອໄປງານແຕ່ງດອງຂອງໝູ່ສະໜິດແລະ ໄດ້ພົບກັບພໍ່ຕູ້ຜູ້ໜຶ່ງຊື່ ບຸນມີ ອາຍຸ 83 ປີ, ເຊິ່ງໃນຕອນທຳອິດທາງທົ່ວເພີ່ນ


ຈະບໍ່ຮັບພໍ່ຕູ້ເດີນທາງໄປນຳ ເນື່ອງຈາກວ່າໄດ້ເຫັນ ສະພາບການແຕ່ງຕົວມອມແມມແຕ່ໄດ້ທະຫານໜຸ່ມຄົນໜຶ່ງເສຍສະລະບ່ອນນັ່ງຢູ່ທາງຫຼັງສຸດ
ດັ່ງນັ້ນພໍ່ຕູ້ຈຶ່ງສາມາດຂຶ້ນລົດທົວຄັນນີ້ເພື່ອກັບບ້ານ
ໂດຍພໍ່ຕູ້ໄດ້ບອກຊາຍໜຸ່ມທີ່ນັ່ງຢູ່ຂ້າງລາວວ່າ ລາວມາກຸງເທບ ເພາະຢາກເຫັນລູກ 5 ຄົນຂອງລາວ


ທີ່ຕອນມາເຮັດວຽກແລະອາໃສຢູ່ໃນຕົວເມືອງ ບໍ່ເຄີຍກັບຄືນໄປຢ້ຽມຢາມຕົນເລີຍຫລາຍປີແລ້ວແຕ່ຊອກຫາບໍ່ໄດ້ ສະນັ້ນຈຶ່ງກັບບ້ານ ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າພໍ່ຕູ້ຈະບໍ່ສະບາຍ ແຕ່ເພິ່ນກໍບໍ່ເຄີຍມີລູກຄົນໃດຄິດວ່າຈະກັບມາດູແລຜູ້ເປັນພໍ່ແມ່ເລີຍ ສະນັ້ນ ຈຶ່ງໄດ້ສ່ຽງທີ່ຈະມາກຸງເທບ ເພື່ອພົບກັບລູກໄດ້ໃນຈໍານວນເງິນອັນນ້ອຍ
ແຕ່ກໍໄດ້ຮັບຄວາມຜິດຫວັງກັບຄືນໄປ ໂດຍເງິນທີ່ຕິດຕົວນຳພໍ່ຕູ້ ຕອນກັບບ້ານຢູ່ ຮ້ອຍເອັດເຫຼືອພຽງ 100 ບາດ ຊາຍໜຸ່ມຄົນນີ້ ໄດ້ມອບເງິນຈຳນວນໜຶ່ງໃຫ້ພໍ່ຕູ້ນຳໃຊ້ກ່ອນທີ່ຈະຊື້ຂອງກິນໃນເວລາເດີນທາງ ຍິ່ງໄປກວ່ານັ້ນ ສິ່ງທີ່ເຮັດໃຫ້ຊາຍໜຸ່ມຄົນນີ້ ນໍ້າຕາໄຫຼ


ກັບເລື່ອງຂອງລຸງ ເມື່ອໂທຫາລູກໆທັງ 5 ຄົນມາບອກໃຫ້ເຂົາເຈົ້າມາເບິ່ງພໍ່ແດ່ທຸກຄົນຕັດສາຍທັງຫມົດ ທັງ 5 ຄົນ ຈົນຊາຍໜຸ່ມຄົນນີ້ເສຍໃຈຫຼາຍກັບເຫດການນີ້ໂດຍຊາຍໜຸ່ມຄົນນີ້ຂຽນຄຳບັນຍາຍເຖິງລູກໆຂອງພໍ່ຕູ້ ທັງ 5 ຄົນວ່າ ດີມຝາກແຊຮ໌ຄລິບນີ້ໃຫ້ ຂຸນເພັດ
ຂຸນ ເມກ ຂຸນດິນ ແລະ ອີກ 2 ຄົນ ພວກເຈົ້າຮູ້ວ່າພໍ່ເຈົ້າຄິດຮອດພວກເຈົ້າຫລາຍ ແລະ ເພີ່ນກໍບໍ່ສະບາຍດຽວນີ້ແລະກໍາລັງລຳບາກ ຖ້າເຈົ້າຍັງເປັນຄົນຢູ່ ກໍກັບຄືນໄປເບິ່ງແຍງເພີ່ນແດ່
ຊົມຄລີບ
ແຫຼ່ງທີ່ມາ siamstreet