ພັອ ກົງສີ ໄດ້ເນັ້ນ ເດັດຂາດບໍ່ໃຫ້ຮຽກຮ້ອງຄ່າຕອບແທນຈາກຜູ້ຂັບຂີ່ ເພື່ອຫຼຸດຜ່ອນຫາງສຽງຈົ່ມວ່າຕໍ່ກໍາລັງຕຳຫຼວດຈະລາຈອນຈາກສັງຄົມ
ເນື່ອງໃນໂອກາດທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ລົງເຜີຍແຜ່ເອກະສານບັນດານິຕິກຳ, ລະບຽບ, ກົດໝາຍ, ຄຳສັ່ງ ແລະ ແຈ້ງການຕ່າງໆໃຫ້ກໍາລັງຕໍາຫຼວດຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ໃນວັນທີ 20 ພຶດສະພາ 2022,
,
ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳ ຫຼວດຈະລາຈອນ ໄດ້ເນັ້ນໃຫ້ກຳລັງຕຳຫຼວດຈະລາຈອນທົ່ວ ນວ ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ
ບໍລິການປະຊາຊົນດ້ວຍຄວາມຈິ່ງໃຈ, ເດັດຂາດບໍ່ໃຫ້ຮຽກຮ້ອງຄ່າຕອບແທນຈາກຜູ້ຂັບຂີ່ ເພື່ອແນໃສ່ຫຼຸດຜ່ອນຫາງສຽງຈົ່ມວ່າຕໍ່ກໍາລັງຕຳຫຼວດຈະລາຈອນຈາກສັງຄົມ.
,


ທ່ານ ຫົວໜ້າກົມຕຳຫຼວດຈະລາຈອນ ກ່າວວ່າ: ພາຍຫຼັງຫາງສຽງຈົ່ມວ່າຕໍ່ກັບການປະຕິບັດໜ້າທີ່ຂອງກໍາລັງຕໍາຫຼວດຈະລາຈອນດັ່ງຂຶ້ນໄປຕ່າງໆນາໆ,
ບາງຄົນກໍ ຖ່າຍຮູບເອົາເຈົ້າໜ້າທີ່ໄປໂພສລົງສື່ສັງຄົມອອນລາຍ ວ່າເຈົ້າໜ້າທີ່ ເຮັດເກີນຂອບເຂດ, ຮຽກເອົາເງິນນໍາປະຊາຊົນ ສ້າງຄວາມເສື່ອມ ເສຍຕໍ່ເຈົ້າໜ້າທີ່;
ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນທົ່ວ ນວ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ບໍ່ວ່າຈະເປັນວຽກງານໂຄ ສະນາສຶກສາອົບຮົມ,
ວຽກງານທາງຫຼວງ, ວຽກງານຈະລາຈອນ ແລະ ວຽກງານຄະດີອຸບັດຕິເຫດຕ້ອງປະຕິບັດໜ້າທີ່ຂອງຕົ້ນຕາມຫຼັກການວິຊາສະ ເພາະ ບໍລິການປະຊາຊົນດ້ວຍຄວາມຈິງໃຈ ແລະ
ບໍ່ໃຫ້ພະນັກງານຜູ້ໃດຮຽກຮ້ອງຄ່າຕອບແທນຈາກຜູ້ຂັບຂີ່ ຫຼື ພໍ່ແມ່ປະຊາຊົນຢ່າງເດັດຂາດ ເພື່ອແນໃສ່ຫຼຸດຜ່ອນຫາງສຽງຈົ່ມວ່າຕໍ່ກໍາລັງຕໍາຫຼວດຈະລາຈອນຈາກສັງຄົມ.


ພັອ ກົງສີ ສຸວັນນະຕຸ້ມ ກ່າວອີກວ່າ: ວຽກງານທາງຫຼວງແມ່ນວຽກທີ່ສຸມໃສ່ແກ້ໄຂຈະລາຈອນແອອັດ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຫຼັກເຂດຊຸມຊົນ,
ແກ້ໄຂບັນຫາລົດຈອດແຄມທາງ, ຂາຍເຄື່ອງໃສ່ຟຸດບາດຮັບປະກັນໃຫ້ມີຄວາມສະດວກປອດໄພ, ຄວບຄຸມຄວາມໄວ, ກວດທາດເຫຼົ້າ, ບັນທຸກເກີນ,
ຈອດລົດຊະຊາຍ ແລະ ເສຍຄ່າທໍານຽມທາງ ເມື່ອລົງປະຕິບັດໜ້າທີ່ຕ້ອງປະຕິບັດຕາມຂໍ້ຕົກລົງ ຫຼື ແຈ້ງການທີ່ຂັ້ນເທິງກຳນົດໄວ້ເດັດຂາດບໍ່ໃຫ້ຈະລາຈອນ ນວ ແລະ ບັນດາເມືອງລົງປະຕິບັດໜ້າທີ່ຕາມລໍາພັງໃຈ ແລະ ການປະຕິບັດໜ້າທີ່ໃນແຕ່ລະຄັ້ງຕ້ອງເຂັ້ມງວດ
ເມື່ອພົບເຫັນຜູ້ຂັບຂີ່ລະເມີດແທ້ຄວນຂຽນໃບສັ່ງໃຫ້ບໍ່ແມ່ນແກ້ໄຂ ຫຼື ປັບເອົາເງິນກັບທີ່ ຖ້າບັນດາສະຫາຍຍັງປະຕິບັດແບບນີ້ເຊື່ອວ່າຫາງສຽງຈົມວ່າຂອງສັງຄົມຕໍ່ເຈົ້າໜ້າທີ່ພວກເຮົາຍັງຈະເກີດຂຶ້ນຊໍ້າແລ້ວຊໍ້າອີກ;


ນອກນີ້, ວຽກງານຄະດີອຸບັດຕິເຫດ ຕ້ອງກໍາໄດ້ກົດໝາຍລະບຽບການຕ່າງໆມີຄວາມບໍລິສຸດສັດຊື່ການດໍາເນີນຄະດີອຸບັດຕິເຫດ ໃຫ້ຮັບປະກັນໄດ້ 3 ດ້ານຄື:
ດ້ານການເມືອງແນວຄິດ, ດ້ານກົດໝາຍ ແລະ ດ້ານວິຊາສະເພາະ ເພື່ອມອບຄວາມເປັນທໍາໃຫ້ກັບທັງສອງຝ່າຍທີ່ເກີດອຸບັດຕິເຫດ.
ຊົມຄລີບ
ທີ່ມາ: ຄວາມສະຫງົບ Lao Security News