ກຽມສຳຜັດອາກາດໜາວ ແລະ ຝົນຕົກ ໄລຍະ 1-4 ທັນວາເດີ້ພີ່ນ້ອງ
ກຽມສຳຜັດອາກາດໜາວໄລຍະ 1-4 ທັນວາ ອາກາດຈະເຢັນລົງໃນແຕ່ລະພາກ ແລະ ພາກເໜືອດ້ານຕາເວັນຕົກ ໜາວເຢັນລົງແຮງ 2-6 ອົງສາ
,
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໄລຍະວັນທີ 28 ພະຈິກ ຫາ 4 ທັນວາ 2022 ວ່າ: ໄລຍະວັນທີ 1 ຫາ 4 ທັນວາ 2022 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ
ຈະແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໜືອພັດປົກຄຸມ
ເຊິ່ງຈະເຮັດໃຫ້ອາກາດຈະໜາວເຢັນລົງຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະໜາວເຢັນລົງ 3 ຫາ 6 ອົງສາ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 11 – 18 ອົງສາ ແລະ ສູງສຸດ 20 – 29 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 2 ຫາ 4 ທັນວາ ອາກາດຈະໜາວເຢັນລົງ 2 ຫາ 4 ອົງສາ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 13 – 22 ອົງສາ ແລະ ສູງສຸດ 26 – 34 ອົງສາ.
ພາກກາງ: ໄລຍະວັນທີ 2 ຫາ 4 ທັນວາ ອາກາດຈະເຢັນລົງ 2 ຫາ 4 ອົງສາ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ ອຸນຫະພູມຕໍ່າສຸດ 18 – 24 ອົງສາ ແລະ ສູງສຸດ 29 –34 ອົງສາ.
ສຳລັບແຂວງ ໄຊສົມບູນ: ໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະໜາວເຢັນລົງ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 10 – 16 ອົງສາ ແລະ ສູງສຸດ 24 – 28 ອົງສາ.
ພາກໃຕ້: ໄລຍະວັນທີ 2 ຫາ 4 ທັນວາ ອາກາດຈະເຢັນລົງ 2 ຫາ 4 ອົງສາ ພ້ອມຈະມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມຕໍ່າສຸດ 19 – 25 ອົງສາ ແລະ ສູງສຸດ 29 –35 ອົງສາ.
ສຳລັບເຂດພູພຽງບໍລະເວນ: ໄລຍະວັນທີ 28 ຫາ 30 ພະຈິກ ອາກາດເຢັນ ຫາ ໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.
ຈາກນັ້ນໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະໜາວເຢັນລົງ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 11 – 16 ອົງສາ ແລະ ສູງສຸດ 22 – 27 ອົງສາ.
ນະຄອນຫຼວງວຽງຈັນ: ໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມຕໍ່າສຸດ 19 – 25 ອົງສາ ແລະ ສູງສຸດ 31 – 34 ອົງສາ.
@FM90 ລາຍງານ