ຂ່າວລາຍວັນ
ເກີດເຫດ ດິນເຈື່ອນ ຢ່າງຮຸນແຮງ ທັບໃສ່ ທາງດ່ວນພິເສດຂອງບຼາຊິນ ສູນຫາຍ 50 ຄົນ
ວັນທີ 1 ທັນວານີ້, ເກີດເຫດ ດິນເຈື່ອນ ຢ່າງຮຸນແຮງ ທັບໃສ່ ຖະໜົນຫລວງ ພິເສດ ໃນພື້ນທີ່ ທາງພາກໃຕ້ ຂອງ ລັດປາຣານາ ປະເທດ ບຣາຊິນ ໃນລະຫວ່າງ ລົດແລ່ນ ຢູ່ຖະໜົນ ທັບຢ່າງໜ້ອຍ 20 ຄັນ
,
ເຮັດໃຫ້ມີ ຜູ້ເສຍຊີວິດເບື້ອງຕົ້ນ 2 ຄົນ ແລະ ສູນຫາຍ 50 ຄົນ.ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ຂອງ ລັດປາຣານາ ໄດ້ຊ່ວຍ ຜູ້ລອດຊີວິດ ຈາກເຫດການໃນຄັ້ງນີ້


ປະມານ 6ຄົນ ລວມທັງ ເຈົ້າເມືອງ ກົວຣາຕູບາ ໄດ້ລອດຊີວິດ ຢ່າງມະຫັດສະຈັນ.
,
ສຳນັກງານ ອຸຕຸນິຍົມ ວິທະຍາແຫ່ງຊາດ ຂອງ ບຣາຊິນ (INMET) ລາຍງານວ່າ: ອາດຈະເກີດເຫດ ດິນເຈື່ອນຂຶ້ນມາອີກ ຫລາຍຄັ້ງໃນບຣາຊິນ


ເນື່ອງຈາກ ໄດ້ປະກາດ ແຈ້ງເຕືອນ ຝົນຕົກໜັກ ໃນຫລາຍລັດ ຂອງບຣາຊິນ
ຊົມຄລີບ