ບໍລິສັດທາງລົດໄຟ ລາວ-ຈີນ ຈັດກິດຈະກຳ ຂີ່ລົດໄຟ ບໍ່ເສຍຄ່າ ສະຫລອງຄົບຮອບ 1 ປີ
ບໍລິສັດທາງລົດໄຟ ລາວ-ຈີນ ຈັດກິດຈະກຳ ຂີ່ລົດໄຟ ບໍ່ເສຍຄ່າ ສະຫລອງຄົບຮອບ 1 ປີ
..
ຂປລ. ໃນວັນທີ 1 ທັນວາ 2022 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈັດກິດຈະກຳ ນຳພານ້ອງນັກຮຽນ ຈາກໂຮງຮຽນປະຖົມໜອງປີງ, ພ້ອມດ້ວຍຄູ-ອາຈານ ແລະ ສື່ມວນຊົນ ຈາກພາກສ່ວນຕ່າງໆ,
ພ້ອມດ້ວຍຜູ້ໂດຍ ສານທີ່ໂຊກດີ ຈຳນວນໜຶ່ງ ຂີ່ລົດໄຟແບບບໍ່ເສຍຄ່າ(ຟຣີ) ໄປ-ກັບ ນະຄອນຫລວງວຽງຈັນ-ບໍ່ເຕນ ເພື່ອສະເຫລີມ ສະຫລອງ ຄົບຮອບ 1 ປີ ການເປີດໃຫ້ບໍລິການ ທາງລົດໄຟ ລາວ-ຈີນ, ທັງເປັນການສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ.


ໃນກິດຈະກຳດັ່ງກ່າວ, ບັນດາສື່ມວນຊົນ ໄດ້ສຳພາດ ຄວາມຮູ້ສຶກ ຂອງບັນດານ້ອງນັກຮຽນ, ຄູ-ອາຈານ, ຜູ້ປະກອບການ, ພະນັກງານທີ່ເຮັດວຽກຢູ່ສະຖານີລົດໄຟ ລວມເຖິງ ຜູ້ໂດຍສານ ກ່ຽວກັບການໃຫ້ບໍລິການຂອງທາງ ລົດໄຟ ລາວ-ຈີນ
ໃນຕະຫລອດໄລຍະ 1 ປີຜ່ານມາ ເຊິ່ງຫລາຍທ່ານຕ່າງກໍມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈ ທີ່ເຫັນ ສປປ ລາວ ມີລົດໄຟຄວາມໄວສູງ ເຊິ່ງມັນໄດ້ສ້າງຄວາມສະດວກສະບາຍ ໃນຫລາຍດ້ານ ໃຫ້ແກ່ສັງຄົມ ເປັນຕົ້ນ ການເດີນທາງໄປມາຫາສູ່ ຂອງປະຊາຊົນ ລະຫວ່າງແຂວງຫາແຂວງ ທີ່ມີເສັ້ນທາງລົດໄຟແລ່ນຜ່ານ


ໂດຍສະ ເພາະເດີນທາງໄປ ສປ ຈີນ ມີຄວາມສະດວກສະບາຍ, ວ່ອງໄວ, ປະຢັດເວລາ, ປອດໄພ, ລວມເຖິງ ການຂົນສົ່ງ ສິນຄ້າ ກໍມີຄວາມວ່ອງໄວຂຶ້ນຫລາຍເທົ່າຕົວ. ພ້ອມກັນນັ້ນ, ເສັ້ນທາງລົດໄຟ ລາວ-ຈີນ ຍັງໄດ້ດຶງດູດເອົານັກທ່ອງ ທ່ຽວ ແລະ ຜູ້ປະກອບການ ຈາກອະນຸພາກພື້ນ ໂດຍສະເພາະ ຈາກ ສປ ຈີນ
ເຂົ້າທ່ອງທ່ຽວ, ເຂົ້າມາລົງທຶນ ຢູ່ ສປປ ລາວ ຫລາຍຂຶ້ນ ເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ມີການເຕີບໃຫຍ່, ຂະຫຍາຍຕົວຂຶ້ນຢ່າງເປັນກ້າວໆ.ຂະນະດຽວກັນ, ຜູ້ປະກອບການ ປູກຢາງພະລາ ຢູ່ແຂວງຫລວງພະບາງ ໄດ້ກ່າວວ່າ: ນັບແຕ່ມີເສັ້ນທາງລົດ ໄຟ ລາວ-ຈີນ ນີ້,
ການຂົນສົ່ງສິນຄ້າ ຂອງບໍລິສັດຕົນເອງ ກໍມີຄວາມສະດວກສະບາຍຂຶ້ນຫລາຍດ້ານ ເປັນຕົ້ນ ປະ ຢັດທັງແຮງງານ, ປະຢັດເວລາໃນການຂົນສົ່ງ, ປະຢັດຄ່າຂົນສົ່ງຫລາຍເທົ່າ, ສະດວກສະບາຍໃນການແລ່ນເອກະ ສານຕ່າງໆ, ທັງວ່ອງໄວ, ສິນຄ້າກໍ່ມີຄວາມປອດໄພ (ບໍ່ມີການກະທົບ, ກະແທກ),


ຖ້າທຽບໃສ່ ໃນໄລຍະຜ່ານມາ ກັບ ປັດຈຸບັນ ການຂົນສົ່ງສິນຄ້າ ແມ່ນດີຂຶ້ນ ແລະ ວ່ອງໄວ ຫລາຍເທົ່າຕົວ. ນັບແຕ່ເປີດໃຫ້ບໍລິການເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 1 ປີ ຜ່ານມາ,
ລົດໄຟ ລາວ-ຈີນ ສາມາດ ຂົນສົ່ງຜູ້ໂດຍສານ ໄດ້ທັງໝົດ ປະມານ 121 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ ໄດ້ທັງໝົດ 2 ລ້ານໂຕນ. ໃນນັ້ນ, ຂົນສົ່ງສິນຄ້າ ຄອບຄຸມທັງປະເທດໄທ, ຫວຽດນາມ ແລະ ປະເທດອື່ນໆ ອີກ 10 ກວ່າປະເທດ


ທີ່ເປັນປະເທດ ຄູ່ຮ່ວມການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງ ປະເພດຂອງສິນຄ້າທີ່ຂົນສົ່ງແມ່ນມີຫລາຍກວ່າ 1.200 ຊະນິດ.
ຂ່າວ: ທະນູທອງພາບ: ເກດສະໜາ