ເຊີນທຸກທ່ານ! ຮ່ວມເຮັດກອງບຸນ ເພື່ອອຸທິດສ່ວນບຸນກຸສົນ ຫາອະດີດການນຳ
🙏🏻ເຊີນທຸກທ່ານ! ຮ່ວມເຮັດກອງບຸນ ເພື່ອອຸທິດສ່ວນບຸນກຸສົນ ຫາອະດີດການນຳ ວັນທີ 2-3 ທັນວາ 2022 ນີ້ ທີ່ໜ້າຕຶກສະພາແຫ່ງຊາດ🇱🇦
…
ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີຈິດໃຈໃສສັດທາພ້ອມກັນຈັດຕັ້ງກອງບຸນ-ກອງອັດຖະ ຈໍານວນ 31 ກອງ ເພື່ອອຸທິດເຖິງດວງວິນຍານຂອງບັນດາທ່ານອະດີດການນໍາ,


ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ທີ່ແສນເຄົາລົບຮັກ ທີ່ໄດ້ລ່ວງລັບໄປແລ້ວ ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ. ລາຍລະອຽດງານບຸນມີດັ່ງນີ້:
– ວັນສຸກ, ວັນທີ 2 ທັນວາ 2022 ກົງກັບມື້ຂຶ້ນ 9 ຄໍ່າ ເດືອນ 1 ພ.ສ 2565 ເປັນມື້ຈັດຕັ້ງກອງບຸນ ແລະ ຮັບໂມທະນາທານ, ຕອນແລງເວລາ 17:00 ໂມງ


ມີພິທີສູດປະຣິຕະມຸງຄຸນ ແລະ ຟັງທັມມະເທດສະໜາ 1 ກັນ, ຕອນຄໍ່າຈະມີລາຍການຄົບງັນກອງບຸນ ຕາມຮີດຄອງ.
– ວັນເສົາ, ວັນທີ 3 ທັນວາ 2022 ກົງກັບມື້ຂຶ້ນ 10 ຄໍ່າ ເດືອນ 1 ພ.ສ 2565, ຕອນເຊົ້າເວລາ 7:00 ໂມງ


ມີພິທີໃສ່ບາດຖວາຍກອງບຸນ ແລະ ເຄື່ອງສັງຄະທານແດ່ພຣະສົງ 49 ອົງ ແລະ ຟັງອະນຸໂມທະນາກະຖາ, ຄາລະວະ ຮັບພອນ ຢາດນໍ້າ ອຸທິດສ່ວນບຸນກຸສົນ.


Cr: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News