ການຂະຫຍາຍຕົວດ້ານເສດຖະກິດ ແລະ ເກັບລາຍຮັບໄດ້ ໃນໄລຍະ 11 ເດືອນຂອງປີ 2022, ລາຍລະອຽດ ມີດັ່ງນີ້
ການຂະຫຍາຍຕົວດ້ານເສດຖະກິດ ໄລຍະ 9 ເດືອນ GDP ບັນລຸໄດ້ 4,2%
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ


ທິດທາງແຜນການປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ວ່າ ການຂະຫຍາຍຕົວດ້ານເສດຖະກິດ ໄລຍະ 9 ເດືອນ GDP ບັນລຸໄດ້ 4,2% ແລະ ໝົດປີຄາດວ່າຈະສາມາດບັນລຸໄດ້ 4,4% (ແຜນການ 4,5%);
ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 2,9% ກວມເອົາ 17,5% ຂອງ GDP, ອຸດສາຫະກຳ ຂະຫຍາຍຕົວ 4,4% ກວມເອົາ 34,1% ຂອງ GDP, ການບໍລິການຂະຫຍາຍຕົວ 4,9% ກວມເອົາ 37,1% ຂອງ GDP ແລະ ພາສີອາກອນຂະຫຍາຍຕົວ 4,2% ກວມເອົາ 11.3% ຂອງ GDP;


GDP ຕໍ່ຫົວຄົນບັນລຸໄດ້ 1.841 ໂດລາ (ແຜນການ 2.503 ໂດລາ), GNI ຕໍ່ຫົວຄົນ ບັນລຸໄດ້ 1.720 ໂດລາ (ແຜນການ 2.358 ໂດລາ); ຂະແໜງການທີ່ປະກອບສ່ວນສໍາຄັນຕໍ່ການຂະຫຍາຍຕົວຂອງ GDP ແມ່ນການຜະລິດກະສິກໍາ, ການກໍ່ສ້າງ ແລະ ການບໍລິການຂາຍຍົກ-ຂາຍຍ່ອຍ,
ການບໍລິການທີ່ຕິດພັນກັບການທ່ອງທ່ຽວ ແລະ ການຂົນສົ່ງ, ອັນພົ້ນເດັ່ນ ນັບແຕ່ເປີດປະເທດຕົ້ນເດືອນພຶດສະພາ ເປັນຕົ້ນມາ ໄດ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວເພີ່ມຂຶ້ນຢູ່ໃນລະດັບ 644.756 ຄົນ ເຊິ່ງເຮັດໃຫ້ຂະແໜງການບໍລິການຕິດພັນກັບການທ່ອງທ່ຽວ ແລະ ການຂົນສົ່ງຂະຫຍາຍຕົວດີຂຶ້ນ (7-8%);
ດ້ານການຄຸ້ມຄອງເສດຖະກິດມະຫາພາກ ໃນໄລຍະ 9 ເດືອນປະຈຳປີ 2022 ສາມາດເກັບລາຍຮັບງົບປະມານໄດ້ 24,240 ຕື້ກີບ ເທົ່າກັບ 76,72% ຂອງແຜນການ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 49,45%;


ສຳລັບຕົວເລກໄລຍະ 11 ເດືອນ ລາຍຮັບປະຕິບັດໄດ້ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການ; ໃນນີ້, ລາຍຮັບພາຍໃນປະຕິບັດໄດ້ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 29% ຫຼື ເປັນເງິນເທົ່າກັບ 5.980 ຕື້ກີບ ແລະ
ຄາດວ່າໝົດປີຈະປະຕິບັດໄດ້ 32,447 ຕື້ກີບ ເທົ່າກັບ 102,7% ຂອງແຜນການ; ດ້ານລາຍຈ່າຍງົບປະມານ ໄລຍະ 9 ເດືອນ ປະຕິບັດໄດ້ 20,773 ຕື້ກີບ ເທົ່າກັບ 59,88% ຂອງແຜນການ,
ສໍາລັບຕົວເລກໄລຍະ 11 ເດືອນ ປະຕິບັດໄດ້ 25.694 ຕື້ກີບ ເທົ່າກັບ 72,56% ຂອງແຜນການ ແລະ ຄາດວ່າໝົດປີຈະບໍ່ໃຫ້ເກີນ 34,553 ຕື້ກີບ ເທົ່າກັບ 99,60% ຂອງແຜນການ ແລະ ດ້ານການຂາດດຸນງົບປະມານໝົດປີ
ຄາດວ່າຈະຢູ່ໃນລະດັບ 2.106 ຕື້ກີບ ຫຼື ເທົ່າກັບ 0,99% ຂອງ GDP ຕໍ່າກວ່າລະດັບທີ່ສະພາແຫ່ງຊາດກຳນົດໄວ້.