ຂ່າວດີ!..ນາຍົກເນັ້ນໃຫ້ດັດສົມຮ້ານແລກປ່ຽນເງີນຕາໃຫ້ຫມົດ ແລະ ຈະສຸມໃສ່ເປັນພິເສດ 4 ດ້ານ ດັ່ງນີ້
ລາຄານໍ້າມັນເຊື້ອໄຟຖີບຕົວສູງຂຶ້ນ ແລະ ອັດຕາແລກປ່ຽນເໜັງຕີງແຮງ ເຮັດໃຫ້ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນໄລຍະ 11 ເດືອນຕົ້ນປີ 2022 ມີຈັງຫວະກ້າວກະໂດດ ຈາກລະດັບ 6,3% ໃນເດືອນມັງກອນ 2022 ມາເປັນ 34%
,


ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານ ກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈຳປີ 2022 ແລະ ທິດທາງແຜນການໃນປີ 2023 ຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ພາຍໃຕ້ການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
,
ການສຸມໃສ່ແກ້ໄຂບັນຫາການເໜັງຕີງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ອັດຕາເງິນເຟີ້ ເພື່ອປະຄັບປະຄອງການເໜັງຕີງໃຫ້ສະລໍຕົວໃນຈັງຫວະຊ້າລົງ ລັດຖະບານ ໄດ້ສຸມໃສ່ຄຸ້ມຄອງບັນດາຮ້ານແລກປ່ຽນ ໃຫ້ເຂົ້າສູ່ການຄຸ້ມຄອງຂອງທະນາຄານທຸລະກິດ
,


ເຊິ່ງສາມາດດັດສົມຮ້ານແລກປ່ຽນຈາກເມື່ອກ່ອນ ມີ 500 ຮ້ານ ມາຮອດປັດຈຸບັນເຫຼືອ 113 ຮ້ານ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ດັດສົມກ້າວໄປເຖິງບໍ່ມີຮ້ານແລກປ່ຽນເງິນຕາເອກະເທດ
,
ໂດຍຫັນເປັນປ່ອງບໍລິການຂອງທະນາຄານຄືປະເທດອື່ນໆ ພ້ອມທັງຄຸມເຂັ້ມການໂອນເງິນຊື້-ຂາຍສິນຄ້າ ແລະ ເງິນທີ່ນໍາເຂົ້າມາລົງທຶນ ຕ້ອງຜ່ານລະບົບທະນາຄານ ຄຽງຄູ່ກັບການແກ້ໄຂການສະໜອງເງິນຕາຕ່າງປະເທດ
ໃຫ້ແກ່ບໍລິສັດທີ່ນໍາເຂົ້ານໍ້າມັນເຊື້ອໄຟທີ່ເປັນຫຼັກແຫຼ່ງ ເຊິ່ງສາມາດສະໜອງນໍ້າມັນເຊື້້ອໄຟໃຫ້ສັງຄົມໄດ້ປົກກະຕິ (ເຖິງລາຄາແພງແດ່ ກໍຂຶ້ນຢູ່ກັບຕະຫຼາດສາກົນ) ທ່ານນາຍົກລັດຖະມົນຕີກ່າວ.
ໃນນີ້ ນາຍົກຍັງໄດ້ກ່າວວ່າ ປີ 2023 ລັດຖະບານ ຈະເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃນນີ້ ຈະສຸມໃສ່ເປັນພິເສດ 4 ດ້ານ ຄື:
1. ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອມີເງິນມາແກ້ໄຂ ບັນຫາ, ໂດຍຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫຼາຍກວ່າເກົ່າ..
2. ສຸມໃສ່ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການ ຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.
3. ສຸມໃສ່ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະ ໜີ້ໄດ້.
ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບ ເໝົາໂຄງການສາມາດສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍ່ຈະໄດ້ມີການປັບປຸງປະສິດທິຜົນຂອງການລົງທຶນ ຂອງລັດໃຫ້ດີຂຶ້ນ,
ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ.
4. ສຸມໃສ່ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ,
ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນຳໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນ
ໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.