ຂ່າວລາຍວັນ

ຄັດເລືອກເອົາກຳລັງໃໝ່ເພື່ອຮັບປະກັນທາງດ້ານຊີວະປະຫວັດ

ປກສ ແຂວງຫຼວງນ້ຳທາ ຄັດເລືອກເອົາກຳລັງໃໝ່ເພື່ອຮັບປະກັນທາງດ້ານຊີວະປະຫວັດ, ມາດຖານເງື່ອນໄຂ ໃນການຮັບກຳລັງຊາວໜຸ່ມ-ແມ່ຍິງ

.

ທີ່ສະໝັກໃຈເຂົ້າເປັນກຳລັງປ້ອງກັນຄວາມສະຫງົບປະຊາຊົນ. ຕົ້ນເດືອນ ທັນວາ 2022 ກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງສົມທົບກັບກອງບັຊາການ ປກສ ແຂວງຫຼວງນ້ຳທາ ເພື່ອກວດກາຊີວະປະຫວັດ,

ມາດຖານເງື່ອນໄຂ ຂອງຜູ້ທີ່ສະໝັກເຂົ້າເປັນກຳລັງປ້ອງກັນຄວາມສະຫງົບປະຊາຊົນຢູ່ແຂວງຫຼວງນ້ຳທາ ນຳພາໂດຍ ພັອ ບູນມີ ມັກທະວັນ ຫົວໜ້າກົມກໍ່ສ້າງກຳລັງ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍທີມງານ.

ສຳລັບເງື່ອນໄຂຜູ້ທີ່ຈະສະມັກເຂົ້າເປັນກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຕ້ອງແມ່ນຄົນລາວ, ສັນຊາດລາວ, ມີຊີວະປະຫວັດຈະແຈ້ງ, ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີຄວາມສະໝັກໃຈເຂົ້າຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ມີພອນສະຫວັນໃດໜຶ່ງ.

ໃນນັ້ນ, ຕ້ອງຜ່ານການວັດແທກສາຍຕາ, ຊັງນໍ້າໜັກ, ລວງສູງ, ກວດກາຫາສານເສບຕິດ, ກວດກາດ້ານສຸຂະພາບຮ່າງກາຍ ແລະ ປະກອບເອກະສານດ້ານຕ່າງໆ;

ສໍາລັບເພດຊາຍ ຖ້າສະໝັກສາຍວິຊາສະເພາະອາຍຸບໍ່ເກີນ 30 ປີ, ຮຽນຈົບມໍ 7, ເປັນໂສດ ນໍ້າໜັກ 60-85 ກິໂລກຼາມ, ລວງສູງ 1,60 ຂຶ້ນໄປ, ເພດຍິງສະໝັກສາຍວິຊາສະເພາະອາຍຸບໍ່ເກີນ 28 ປີ, ຈົບມໍ7, ເປັນໂສດ, ນໍ້າໜັກ 45-65 ກິໂລກຼາມ, ລວງສູງ 1,55 ຂຶ້ນໄປ.

ທັງນີ້ ເພື່ອຮັບປະກັນໃຫ້ໄດ້ຜູ້ທີ່ມີມາດຖານເງື່ອນໄຄົບຖ້ວນ, ດ້ານຊີວະປະຫວັດຕົ້ນກຳເນີດຈະແຈ້ງ, ແມ່ນຜູ້ທີ່ມີຄວາມມຸ້ງຫວັງຢາກປະກອບສ່ວນວຽກງານປ້ອງກັນຄວາມສະຫງົບຢ່າງແທ້ຈິງ,

ອີກຢ່າງ ເພື່ອຫຼີກລ້ຽງຫ່າງສຽງວິພາກວິຈານຈາກສັງຄົມພາຍນອກ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page