ສະມາຊິກສະພາ ເຂດ1 ສະເໜີໃຫ້ລັດຖະບານ ຄວນປັບປຸງບັດປະກັນສັງຄົມ ໃຫ້ສາມາດນໍາໃຊ້ໄດ້ຄືບັດ ATM ເພື່ອຄວາມສະດວກໃນການຊົມໃຊ້ຕົວຈິງ
ທ່ານ ທະນົງສິດ ເມືອງຈັນ, ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 1, ນະຄອນຫລວງວຽງຈັນ ສະເໜີໃຫ້ລັດຖະບານ ຄວນປັບປຸງບັດປະກັນສັງຄົມ ໃຫ້ສາມາດນໍາໃຊ້ໄດ້ຄືບັດ ATM ເພື່ອຄວາມສະດວກສະບາຍ ໃນການຊົມໃຊ້ຕົວຈິງ.
.
ໃນໂອກາດປະກອບຄໍາເຫັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວານີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ທະນົງສິດ ເມືອງຈັນ ກ່າວວ່າ:
ຜ່ານການໄດ້ລົງໄປພົບປະຜູ້ມີສິດ ປ່ອນບັດເລືອກຕັ້ງຢູ່ຫລາຍທ້ອງຖິ່ນໃນນະຄອນຫລວງວຽງຈັນ ເຫັນວ່າມີຜູ້ນໍາໃຊ້ບັດປະກັນສັງຄົມຈໍານວນບໍ່ໜ້ອຍສະເໜີວ່າ ປັດຈຸບັນລາວເຮົາຫັນການນໍາໃຊ້ບັດປະກັນສັງຄົມເປັນທັນສະໄໝແລ້ວ ແຕ່ໃນຕົວຈິງຍັງບໍ່ທັນສາມາດນໍາໃຊ້ໄດ້ໃນທຸກໂຮງໝໍ
.
ເຊີ່ງແຕກຕ່າງຈາກບັດ ATM ທີ່ສາມາດນໍາໃຊ້ກົດເອົາເງິນຢູ່ໃສກໍໄດ້, ຂະນະທີ່ບັດປະກັນສັງຄົມຕ້ອງໄດ້ໄປນໍາໃຊ້ຢູ່ສະ ເພາະໂຮງໝໍທີ່ເປັນຄູ່ຮ່ວມສັນຍາເທົ່ານັ້ນ
ເຖີງວ່າໄດ້ກໍານົດໄວ້ວ່າໃນກໍລະນີເຈັບເປັນສຸກເສີນແມ່ນສາມາດໄປນໍາໃຊ້ຢູ່ໂຮງໝໍໃດກໍໄດ້ ແລ້ວປະກອບເອກະສານເພື່ອຂໍເງິນຄ່າບໍລິການນໍາໂຮງໝໍທີ່ຕົນເອງເປັນຄູ່ສັນຍາຄືນ,
ແຕ່ໃນການປະກອບເອກະສານດັ່ງກ່າວຕົວຈິງແມ່ນມີຂັ້ນຕອນທີ່ຍັງຫຍຸ້ງຍາກລໍາບາກຫລາຍ ແລະ ໃຊ້ເວລາດົນ. ດັ່ງນັ້ນ ຖ້າເປັນໄປໄດ້ລັດຖະບານຄວນປັບປຸງຄືນເພື່ອໃຫ້ສາມາດນໍາໃຊ້ບັດປະກັນສັງຄົມໄດ້ຄືບັດ ATM ທົ່ວໄປທີ່ສາມາດນໍາໄປໃຊ້ກົດເງິນຢູ່ໃສກໍໄດ້ ເພື່ອຄວາມສະດວກສະບາຍຂອງຜູ້ຖືບັດປະກັນສັງຄົມ ກໍຄື ຜູ້ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດ.
ຄຽງຄູ່ນີ້, ທ່ານ ທະນົງສິດ ເມືອງຈັນ ຍັງສະເໜີຫລາຍບັນຫາຕໍ່ລັດຖະບານ ເປັນຕົ້ນ: ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂບັນຫາຊຸມສາຍໂທລະຄົມມະນາຄົມ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຊີ່ງຜ່ານມາຍັງບໍ່ທັນເປັນລະບຽບຮຽບຮ້ອຍດີເທົ່າທີ່ຄວນ,
ຍັງເຮັດແບບມັກງ່າຍ ແລະ ບໍ່ໄດ້ມາດຕະຖານ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ຕາມມາ ໂດຍສະເພາະອຸບັດຕິເຫດ ແລະ ອັກຄີໄພ, ພ້ອມນີ້ ໄດ້ສະເໜີໃຫ້ມີມາດຕະການຄຸ້ມຄອງດິນກະສິກໍາດີກວ່າເກົ່າ
ເພາະມາຮອດປັດຈຸບັນ ດິນດັ່ງກ່າວຖືກທັບຖົມໄປເປັນດິນປຸກສ້າງນັບມື້ເພີ່ມຂຶ້ນ ເຮັດໃຫ້ເນື້ອທີ່ດິນທໍາການຜະລິດນັບມື້ຫລຸດລົງ, ລວມເຖີງສະເໜີໃຫ້ເພີ່ມຄວາມເອົາໃຈໃສ່ຄຸ້ມຄອງບັນດາລົດບັນທຸກດັດແປງສະພາບ
ເພາະເປັນສາເຫດສໍາຄັນໜຶ່ງທີ່ເຮັດໃຫ້ເສັ້ນທາງເປ່ເພ ເພາະລົດດັ່ງກ່າວບັນທຸກເພື່ອຂົນສົ່ງດິນເກີນຄວາມສາມາດຂອງລົດທີ່ກໍານົດໄວ້ ເຮັດໃຫ້ເສັ້ນທາງເປ່ເພ, ລັດຖະບານຈໍາເປັນຕ້ອງເສຍງົບປະມານສ້ອມແປງທາງດັ່ງກ່າວຈໍານວນບໍ່ຫນ້ອຍໃນແຕ່ລະປີ.