ເລີ່ມດີແລ້ວ!..ສະມາຊິກສະພາແຫ່ງຊາດ ສະເຫນີໃຫ້ຂື້ນເງີນເດືອນໃຫ້ພະນັກງານລັດຖະກອນ
ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 1 ສະເໜີໃຫ້ລັດຖະບານພິຈາລະນາ ແລະ ຄົ້ນຄວ້າເພື່ອຫາວິທີ ເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນຂຶ້ນອີກ
ເນື່ອງຈາກປັດຈຸບັນຄ່າຄອງຊີບນັບມື້ຖີບຕົວສູງຂຶ້ນ ເຮັດໃຫ້ພະນັກ ງານ-ລັດຖະກອນໄດ້ຮັບຜົນກະທົບຢ່າງຫລີກຫລ່ຽງບໍ່ໄດ້. ທ່ານ ນາງ ເກດມະນີ ບັນດາສັກ,
ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີ ຄໍາເຫັນສະເໜີຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວານີ້ວ່າ:
ປັດຈຸ ບັນ ຄ່າຄອງຊີບໃນສັງຄົມຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ ເນື່ອງຈາກເງິນເດືອນທີ່ມີຢູ່ຈາກເມື່ອກ່ອນ ທີ່ສາມາດກຸ້ມກິນ ແຕ່ປັດຈຸບັນບໍ່ກຸ້ມກິນແລ້ວ.
ຕໍ່ບັນຫານີ້ ລັດຖະບານຈະມີບັນດາມາດຕະການ ຫລື ກົນໄກແນວໃດເພື່ອແກ້ໄຂ ເພາະຖ້າປ່ອຍໄປແບບນີ້ຕໍ່ໄປພະນັກງານ-ລັດຖະກອນຈະບໍ່ລອດແທ້ໆ, ເນື່ອງຈາກນະໂຍບາຍນໍ້າມັນ 50.000 ກີບ
ເຊີ່ງເມື່ອກ່ອນກຸ້ມຫລາຍວັນ, ແຕ່ປັດຈຸບັນນໍາໃຊ້ບໍ່ຮອດ 2 ມື້ ຫລື ອາທິດໜຶ່ງກໍ່ໝົດແລ້ວ, ຂະນະທີ່ລົດໃຫຍ່ເມື່ອກ່ອນໃສ່ນໍ້າມັນເຕັມຖັງແມ່ນ 400.000-500.000 ກີບ, ແຕ່ປັດຈຸບັນຕ້ອງໃສ່ເຖີງ 1.000.000 ກີບຈິ່ງເຕັມຖັງ.ທ່ານກ່າວຢໍ້າວ່າ:
ບັນຫາທີ່ເກີດຂຶ້ນແມ່ນສົ່ງຜົນກະທົບ ແລະ ຕິດພັນກັບການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ລວມເຖີງປະຊາຊົນທົ່ວໄປໂດຍພື້ນຖານ ເຊີ່ງເປັນບັນຫາເດືອນຮ້ອນທີ່ຮຽກຮ້ອງໃຫ້ລັດຖະບານມີມາດຕະການ ແລະ ກົນໄກແກ້ໄຂຢ່າງເໝາະສົມ. ຢ່າງໃດກໍຕາມ ທ່ານສະເໜີຕື່ມວ່າ:
ຖ້າມີການປັບເພີ່ມເງິນເດືອນໃຫ້ພະນັກ ງານ-ລັດຖະກອນ, ລັດຖະບານຕ້ອງມີມາດຕະການຄຸ້ມຄອງລາຄາສິນຄ້າໃຫ້ໄດ້ເພາະຜ່ານມາເມື່ອມີການປັບຂຶ້ນເງິນເດືອນ, ລາຄາສິນຄ້າມັກຖີບຕົວສູງຂຶ້ນເຊັ່ນດຽວກັນ. ດັ່ງນັ້ນ,
ລັດຖະບານຕ້ອງຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງຄຸ້ມຄອງໂຄງປະກອບລາຄາສິນຄ້າທີ່ຈໍາເປັນໃຫ້ໄດ້ ເພາະຖ້າປັບຂຶ້ນເງິນເດືອນແຕ່ລາຄາສິນຄ້າປັບຂຶ້ນໄປນໍາເງິນເດືອນຂອງພະນັກງານ-ລັດຖະກອນຈະບໍ່ກຸ້ມກິນຄືເກົ່າ.
ທີ່ມາ: lao youth