ແຊຣ໌ໄວ້ ໃຜມັກຖືກຕຳຫຼວດກັກ
ແຊຣ໌ໄວ້ ໃຜມັກຖືກຕຳຫຼວດກັກ
ຫ້າມຕຳຫຼວດຈະລາຈອນ ນະຄອນຫຼວງ ກະທຳ 9 ຂໍ້.
ວັນທີ 6 ທັນວາ 2022 ກົມຕຳຫລວດຈະລາຈອນ ໄດ້ລົງເຜີຍແຜ່ 9 ຂໍ້ຫ້າມ ໃຫ້ຈະລາຈອນ ນະຄອນຫລວງວຽງຈັນຄື.
1. ຫ້າມຕັ້ງຈຸດກວດກາຍານພາຫະນະຕາມເສັ້ນທາງຫຼວງທີ່ບໍ່ໄດ້ຮັບການຕົກລົງຈາກຂັ້ນເທິງຢ່າງເດັດຂາດ.
2. ຫ້າມຕັ້ງຈຸດກວດກາ ຢູ່ເສັ້ນທາງແຄບ ແລະ ລົດບໍ່ສາມາດສວນທາງກັນໄດ້ເຊິ່ງຈະເຮັດໃຫ້ລົດແອອັດ.
3. ຫ້າມປະຈວຍ, ປ້າຍ ຫຼື ເຄື່ອງໝາຍ ໄວ້ຈຸດກວດກາ ແລະ ປ້ອມ ເມື່ອຢຸດເຊົາການເຮັດໜ້າທີ່.
4. ຫ້າມກວດກາເອກະສານເຄື່ອນຍ້າຍສິນຄ້າ ແລະ ສິນຄ້າ ຍົກເວັ້ນກໍລະນີມີການແຈ້ງຂ່າວ, ການປະສານສົມທົບຈາກພາກສ່ວນທີ່ກ່ຽວຂ້ອງ.
5. ຫ້າມປັບໃໝເກີນອັດຕາທີ່ໄດ້ກຳນົດຕາມ ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ 568/ລບ ແລະ ບໍ່ມີບິນຮັບເງິນ ກ1 ຢ່າງເດັດຂາດ.
6.ຫ້າມປັບໃໝຜູ້ຂັບຂີ່ທີ່ລະເມີດດໍາລັດວ່າດ້ວຍກົດຈະລາຈອນທາງບົກ ໃນເວລາຕັ້ງຈຸດກວດກາ ໂດຍອີງໃສ່ປະມວນ ກົດໝາຍອາຍາຢ່າງເດັດຂາດ.
7. ໃຫ້ປະຕິບັດໜ້າທີ່ບໍລິການດ້ວຍມາລະຍາດທີ່ດີເປັນທີ່ເພີ່ງຂອງສັງຄົມ.
8 ຫ້າມສວຍໃຊ້ສິດ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກຢ່າງເດັດຂາດ.
9.ຫ້າມມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຢ່າງເດັດຂາດ.