ເຮັດແທ້!..ໃຜຂາຍບໍ່ໃຫ້ລອດ 11 ເດືອນ ຢຶດໄດ້ຫລາຍປານນີ້
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ (2021-2022) ຂອງກຳລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃນໄລຍະເດືອນ ມັງກອງ ຫາເດືອນ ພະຈິກ 2022 (11 ເດືອນ) ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 4.707 ຄະດີ,
,
ຈັບຜູ້ຖືກຫາໄດ້ 6.873 ຄົນ ຍິງ 795 ຄົນ ແລະ ສາມາດຢຶດຢາບ້າໄດ້ 139.587.060 ເມັດ, ຢຶດລົດໃຫຍ່ໄດ້ເຖິງ 162 ຄັນ.


ໃນກອງປະຊຸມສະໄໝສາມັນ ເທື່ອທີ່ 4 ຂອງສະພາແຫ່ງຊາດ ຊຸດທີ lX ໃນວັນທີ 8 ທັນວາ 2022, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ລາຍງານຕໍ່ກອງປະຊຸມ ວ່າ: ປັດຈຸບັນກໍາລັງປ້ອງກັນຄວາມສະຫງົບ ຂັ້ນສູນກາງ ແລະ
ທ້ອງຖິ່ນ ໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະ ຕິດຕາມເປົ້າໝາຍທີ່ເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດ ເຊິ່ງໃນໄລຍະເດືອນມັງກອນ ຫາ ເດືອນພະຈິກ 2022 ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ 4.707 ຄະດີ,
ຈັບຜູ້ຖືກຫາໄດ້ 6.873 ຄົນ ຍິງ 795 ຄົນ ໃນນີ້ມີຄົນຕ່າງປະເທດ 135 ຄົນ ຍິງ 11 ຄົນ, ຢຶດຢາບ້າໄດ້ 139.587.060 ເມັດ, ຢາບ້າເປັນຝຸ່ນ 7,52 ກິໂລກຣາມ ນໍ້າໜັກລວມ 13.966,22 ກິໂລກຣາມ, ຢາໄອສ໌ 2.199,9 ກິໂລກຣາມ, ເຮໂຣອິນ 175,77 ກິໂລກຣາມ, ຄັນຊາ 10.284,27 ກິໂລກຣາມ, ຢາຝິ່ນ 250,36 ກິໂລກຣາມ, ຢາອີ 2.605 ເມັດ, ໂຄເຄນ 3 ກິໂລກຣາມ,
ແປ້ງຝຸ່ນປະສົມຢາເສບຕິດ 11.576,76 ກິໂລກຣາມ, ເຄຕາມິນ 1.930,28 ກິໂລກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາສານເຄມີ 849 ກຣາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດໃຫຍ່ 162 ຄັນ, ລົດຈັກ 734 ຄັນ, ເຮືອ 1 ລຳ;
ໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ປະຈຳສົກປີ 2021-2022 ຢູ່ 8 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 2.000 ກວ່າຕອນ ແລະ ໄດ້ລົງທໍາລາຍຖິ້ມ ຈໍານວນ 617 ເຮັກຕາ ແລະ ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 3.802 ຄົນ ຍິງ 106 ຄົນ,
ໃນນັ້ນມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 1.222 ຄົນ ຍິງ 32 ຄົນ, ຍັງສືບຕໍ່ປິ່ນປົວ 2.580 ຄົນ ຍິງ 74 ຄົນ.
ນອກນັ້ນ, ໃນໄລຍະ 09 ເດືອນ ສູນວິໄຈຢາເສບຕິດ ແຂວງອຸດົມໄຊ ແລະ ຈຳປາສັກ ໄດ້ວິໄຈຕົວຢ່າງຢາເສບຕິດທັງໝົດ ຈຳນວນ 2.382 ຕົວຢ່າງ ແລະ ກົມຕຳຫຼວດນິຕິວິທະຍາ, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຕົວຢ່າງຢາເສບຕິດ ຈຳນວນ 1.178 ຕົວຢ່າງ ໃນນີ້ໄດ້ກວດພິສູດ-ວິໄຈສຳເລັດ ( ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ) ຈຳນວນ 785 ຕົວຢ່າງ; ພ້
ອມທັງມອບຢາປິ່ນປົວພະຍາດໃຫ້ໜ່ວຍງານປິ່ນປົວ ແລະ ໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນ ມີທັງໝົດ 28 ແຫ່ງ ຢູ່ 6 ແຂວງຄື: ແຂວງ ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ, ຮັບຄໍາປືກສາ ແລະ ຕໍ່ຢາ 1.360 ຄັ້ງ,
ລົງປະເມີນກຸ່ມຜູ້ໃຊ້ຢາເສບຕິດສັກເຂົ້າທາງເສັ້ນເລືອດຢູ່ 6 ແຂວງຄື: ແຂວງອຸດົມໄຊ, ບໍ່ແກ້ວ, ຫົວພັນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ.
ພາບ-ຂ່າວ: ບຸນພະຈັນ