ອຸຕຸ ເຕືອນເຝົ້າລະວັງ ຮັບມື ອາກາດຫນາວ-ຫນາວເຢັນຫລາຍ
ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ທັນວາ 2022.
,
ໃນໄລຍະວັນທີ 12 ຫາ 16 ທັນວາ 2022 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງຫນືອພັດປົກຄຸມ,
ຊື່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະຫນາວເຢັນຫາຫນາວເຢັນຫຼາຍຢູ່ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ.
,
ຈາກນັ້ນໃນໄລຍະວັນທີ 17 ຫາ 18 ທັນວາ 2022 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະ ແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເຫນືອທີ່ມີກໍາລັງ ແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຫນາວເຢັນລົງຕື່ມອີກຢູ່ໃນແຕ່ລະພາກ ແລະ ຈະມີລົມພັດແຮງຢູ່ທົ່ວໄປ.
ຄໍາເຕືອນເຝົ້າລະວັງ:
ມວນອາກາດຫນາວເຢັນຈາກປະເທດຈີນໄດ້ມີກໍາລັງແຮງເພີ່ມຂື້ນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໄລຍະວັນທີ 15 ຫາ 18 ທັນວາ 2022
ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫນາວເຢັນລົງ 3 ຫາ 5 ອົງສາ ຢູ່ ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເຫນືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະ ຫນາວເຢັນຫຼາຍ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດຫນາວເຢັນຫຼາຍ ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:


,


,,


,,

