ຂ່າວລາຍວັນ

ຊີ້ແຈງກ່ຽວກັບ ສະຫລະ ໃນທະນະບັດ ໃບ 50.000 ກີບ (ໃໝ່) ແມ່ນພິມກຖືກແລ້ວ ແຕ່ເນື່ອງຈາກເຫດນີ້ເອງຈື່ງຖືກດາມ່າ

ກຳລັງເປັນຂ່າວແຊຕໍ່ກັນໃນສື່ສັງຄົມອອນລາຍກ່ຽວກັບສະຫຼະທີ່ສະກົດໃນທະນະບັດໃບ 50.000 ກີບໃໝ່ ທີ່ຫາກໍ່ຖະແຫຼງຂ່າວອອກໄປໝາດໆໃນທ້າຍອາທິດແລ້ວນີ້ ,

,

ໂດຍຈາກສາຍຕາຜູ້ເຫັນ ສະຫຼະ ອີ ກາຍເປັນ ສະຫຼະ ອື ຈາກກີບເປັນກືບ ຈິ່ງເຮັດໃຫ້ມວນຊົນວິຈານກັນເປັນຈຳນວນຫຼາຍ.

ແນວໃດກໍ່ຕາມ ຕໍ່ຫາງສຽງຂອງສັງຄົມ ທີ່ເຂົ້າໃຈວ່າ ທະນະບັດໃບ ຫ້າສິບພັນກີບ ລຸ້ນໃໝ່ ຂຽນສະຫລະບໍ່ຖືກຕ້ອງຄືຄຳວ່າ: ສິບ ແລະ ກີບ ໂດຍໃຊ້ ສະຫລະ Xຶ , Xື ເຊິ່ງທະນາຄານແຫ່ງ ສປປ ລາວ ຊີ້ແຈງວ່າ:

“ຕົວໜັງສືທີ່ກໍານົດໃນທະນະບັດໃບ 50.000 ກີບ ລຸ້ນໃໝ່ ທີ່ກໍານົດວ່າ “ຫ້າສິບພັນກີບ“ ເປັນການອອກແບບໂດຍໃຊ້ເອັບເຟັກເງົາຂອງຟັອນຕົວໜັງສື ຈະເຮັດໃຫ້ຕົວໜັງສືໜາ ແລະໂດດເດັ່ນຂຶ້ນ.

ຊຶ່ງນັ້ນແມ່ນເຕັກນິກການອອກແບບ ເພື່ອເຮັດໃຫ້ແຕ່ລະອົງປະກອບຂອງໃບທະນະບັດມີຄວາມຈະແຈ້ງ ຊັດເຈນ ຖ້າໃຊ້ກ້ອງທີ່ມີຄວາມຄົມແຈ້ງ ໃນການຖ່າຍ ກໍ່ຈະສາມາດຈໍາແນກ ສະຫລະ ໄດ້ຢ່າງຊັດເຈນ”

ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜລາວ.

ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍ່ຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ.

ຂໍໃຫ້ສັງຄົມຈົ່ງເຊື່ອໝັ້ນຕໍ່ການນໍາເອົາທະນະບັດໃບໃໝ່ອອກສູ່ສັງຄົມເພື່ອນໍາໃຊ້, ບໍ່ໃຫ້ໄປຫຼົງເຊື່ອຕໍ່ກະແສສື່ສັງຄົມອອນລາຍທີ່ບໍ່ຫວັງດີ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page