ຂ່າວລາຍວັນ

ແຈ້ງຂ່າວ ກ່ຽວກັບການຊຳລະຕົ້ນທຶນ ແລະ ດອກເບ້ຍ ພັນທະບັດທະນາຄານກາງ ສະກຸນເງິນກີບ ງວດທີ 1.

ແຈ້ງຂ່າວ ກ່ຽວກັບການຊຳລະຕົ້ນທຶນ ແລະ ດອກເບ້ຍ ພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 1.

,

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນວັນທີ 15 ມິຖຸນາ 2022 ທຫລ ໄດ້ມີການອອກຈໍາຫນ່າຍພັນທະບັດ ທຫລ ງວດທີ 1 ວົງເງິນ 5.000 ຕື້ກີບ ອັດຕາດອກ ເບ້ຍ 20% ຕໍ່ປີ ອາຍຸ 6 ເດືອນ ສູ່ມວນຊົນ ເພື່ອແນໃສ່ຄຸ້ມຄອງປະລິມານເງິນໃນຂອດຈໍລະຈອນ ໃຫ້ດຸ່ນດ່ຽງກັບລະບົບເສດຖະກິດ

ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານເງິນຕາ ແຫ່ງຊາດ. ມາຮອດກາງເດືອນ ທັນວາ ປີ 2022, ພັນທະບັດ ທຫລ ບ້ວງດັ່ງກ່າວກໍ່ຈະເລີ່ມຄົບກໍານົດ ອາຍຸໄຖຖອນໃຫ້ແກ່ຜູ້ຖືຄອງພັນທະບັດ.

ສະນັ້ນ, ທຫລ ຈຶ່ງຂໍແຈ້ງມາຍັງຜູ້ຖືຄອງພັນທະບັດຊາບວ່າ ທຫລ ຈະໄດ້ມີການຈັດຕັ້ງປະຕິບັດການຊໍາລະຕົ້ນທຶນ ແລະ ດອກເບ້ຍພັນທະບັດທີ່ຈະຄົບກໍານົດອາຍຸ ໄຖ່ຖອນໃຫ້ແກ່ຜູ້ຖືຄອງພັນທະບັດ ທີ່ໄດ້ຊື້ຜ່ານທະນາຄານທຸລະກິດຕົວແທນ

ຕາມໄລຍະເວລາຄົບ ກໍານົດທີ່ໄດ້ລະບຸໄວ້ໃນໃບຢັ້ງຢືນການຖືຄອງພັນທະບັດຂອງຕົນເອງ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ ວັນທີ 16 ທັນວາ 2022 ເປັນຕົ້ນໄປ ໂດຍຮູບແບບການຈັດຕັ້ງປະຕິບັດມີດັ່ງນີ້:

1)ໃນການຈັດຕັ້ງປະຕິບັດການຊໍາລະຕົ້ນທຶນ ແລະ ດອກເບ້ຍພັນທະບັດ ທີ່ຄົບອາຍຸ 6 ເດືອນໃຫ້ແກ່ຜູ້ຖືຄອງ ແມ່ນຈະອີງໃສ່ວັນຄົບກໍານົດທີ່ລະບຸໃນໃບຢັ້ງຢືນການຖືຄອງ ພັນທະບັດ ຊຶ່ງຜູ້ຖືພັນທະບັດແຕ່ລະຄົນຈະບໍ່ຄືກັນ;

2) ການໄຖ່ຖອນພັນທະບັດ ປະກອບມີ 2 ຮູບແບບ ຄື:

• ກໍລະນີຜູ້ຖືຄອງພັນທະບັດ ຊື້ ພັນທະບັດໃນຮູບແບບເງິນສົດໂດຍທີ ່ບໍ່ໄດ້ເປີດບັນຊີເງິນຝາກ ແມ ່ນຕ້ອງນໍາເອົາ ໃບຢັ້ງຢືນການຖືຄອງພັນທະບັດ ເຂົ້າໄປແຈ້ງຕໍ່ທະນາຄານທຸລະກິດຕົວແທນເພື່ອໄຖ່ ຖອນ ຊຶ່ງຈະມີການເກັບຄືນ ແລະ ດໍາເນີນການລົບລ້າງໃບຢັ້ງຢືນການຖືຄອງພັນທະບັດ ດັ່ງກ່າວ ແລະ

● ກໍລະນີຜູ້ຖືຄອງພັນທະບັດ ທີ່ໄດ້ຊື້ພັນທະບັດໃນຮູບແບບເງິນໂອນຈາກ ບັນຊີທີ່ເປີດໄວ້ກັບທະນາຄານຕົວແທນ ຫຼື ໃຊ້ເງິນສົດຊື້ ແລະ ເປີດບັນຊີເງິນຝາກພ້ອມ ແມ່ນທະນາຄານຕົວແທນຈະໂອນຊໍາລະຕົ້ນທຶນ ແລະ ດອກເບ້ຍເຂົ້າບັນຊີດັ່ງກ່າວໂດຍ ອັດຕະໂນມັດ ແລະ ໃບຢັ້ງຢືນການຖືຄອງພັນທະບັດແມ່ນຈະຖືກລົບລ້າງໂດຍທັນທີ;

3) ທະນາຄານທຸລະກິດທີ່ເປັນຕົວແທນ ຈະຄິດໄລ່ຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ຜູ້ຖືຄອງ ພັນທະບັດ ຕາມຈໍານວນເງິນທີ່ຄົບກໍານົດອາຍຸໄຖ່ຖອນ ຫາກລູກຄ້າຖືຄອງພັນທະບັດ ເກີນຈໍານວນມື້ທີ່ຄົບກໍານົດນັ້ນ;

4) ແມ່ນຈະບໍ່ມີການຄິດໄລ່ດອກເບ້ຍໃຫ້ໃນສ່ວນທີ່ເກີນກໍານົດໃນກໍລະນີມື້ຄົບກໍານົດໄຖ່ຖອນກົງກັບວັນພັກລັດຖະການ ທະນາຄານຕົວແທນຈະຍ້າຍ ໄປຊໍາລະໃນວັນລັດຖະການທີ່ໃກ້ຄຽງທີ່ສຸດ ຕົວຢ່າງ: ຫາກມື້ຄົບກໍານົດໄຖ່ຖອນກົງກັບ ວັນເສົາ ແມ່ນຈະຍ້າຍໄປຊໍາລະໃຫ້ຜູ້ຖືຄອງພັນທະບັດກ່ອນ 1 ວັນ ຄື ວັນສຸກ ຫຼື ຫາກມື້ ຄົບກໍານົດໄຖ່ຖອນກົງກັບວັນອາທິດ ແມ່ນຈະຍ້າຍໄປຊໍາລະໃຫ້ຜູ້ຖືຄອງພັນທະບັດຫຼັງ 1 ວັນ ຄື ວັນຈັນ;

5) ກໍລະນີລູກຄ້າສົນໃຈຊື້ພັນທະບັດ ທຫລ ແມ່ນໃຫ້ຕິດຕາມແຈ້ງຂ່າວກ່ຽວກັບການອອກ ພັນທະບັດ ທຫລ ງວດຕໍ່ໄປ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຊາບ ແລະ ຮັບຮູ້ຕາມແຈ້ງຂ່າວສະບັບນີ້ດ້ວຍ.

,

,,

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page