ຂ່າວດີ!.. ປັບລາຄານ້ຳມັນລົງຫລາຍແລ້ວເດີ້
,
,ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ
ແອັດຊັງພິເສດ – 890 ກີບ
ແອັດຊັງທໍາມະດາ -360 ກີບ
ກາຊວນ -490 ກີບ
– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 1848/ອຄ, ລົງວັນທີ 14 ທັນວາ 2022,ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1848/ອຄ, ລົງວັນທີ 14 ທັນວາ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ

