ແຈ້ງປັບລາຄານ້ຳມັນຂື້ນ ເລິ່ມປະຕິບັດ ມື້ອື່ນເຊົ້າ
ຂ່າວດີ ປະກາດແຈ້ງການປັບລຂື້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ສະບັບເລກທີ 1849/ອຄ, ລົງວັນທີ 21 ທັນວາ 2022. ເລີ່ມປະຕິບັດເວລາ 06 ໂມງເຊົ້າ ຂອງວັນທີ 22 ທັນວາ 2022 ເປັນຕົ້ນໄປ !!!
,
,ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບຂື້ນລາຄາຂາຍຍ່ອຍ
ແອັດຊັງພິເສດ ປັບເພີ່ມຂຶ້ນ 410 ກີບ/ລິດ
ແອັດຊັງທຳມະດາ ປັບເພີ່ມຂຶ້ນ 460 ກີບ/ລິດ
ກາຊວນ ປັບເພີ່ມຂຶ້ນ 560 ກີບ/ລິດ
– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 1849/ອຄ, ລົງວັນທີ 21 ທັນວາ 2022,ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1849/ອຄ, ລົງວັນທີ 21 ທັນວາ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ


,,

