ແມ່ຕູ້! ຖືກຕັວະຈົນ ຫມົດຕົວ ຕ້ອງອາໄສນອນຕາມວັດ
ເປີດຊີວິດໂສກເສົ້າ ແມ່ຕູ້ ທຳໃຈຈາກຄົນມີເງິນຫຼາຍຮ້ອຍພັນໂດລາ ມີ 2 ຄອນໂດ ມອບໃບຕາດີນ ມີເຮືອນ ຢູ່ດີມີສຸດ. ແຕ່ຖືກໂກງຈົນຫມົດຕົວຕ້ອງເລ່ລອນແລະນອນໃນວັດ ພໍ່ແມ່ປະຊາຊົນ ຫລື ສັງຄົມໃຜເຫັນກະຊ່ວຍແບ່ງປັນຊ່ວຍແມ່ຕູ້
,


ເລື່ອງລາວມີຢູ່ວ່າ. ແມ່ຕູ້ຜູ້ນີ້ຊື່ ໄຊສົມໃຈ ອາຍຸ 72 ປີ ແລະ ແມ່ຕູ້ໄດ້ເລົ່າວ່າ ການທີ່ແມ່ຕູ້ລົ້ມລະລາຍ ຍ້ອນຄວາມໄວ້ເນື້ອເຊື່ອໃຈຂອງຄົນງ່າຍເກີນໄປ ເຊີ່ງແມ່ຕູ້ໄດ້ ເລົ່າເລື່ອງອະດີດທີ່ເຄີຍເຮັດວຽກຢູ່ລັດວິສາຫະກິດຢູ່ຂ້າງວັດ. ຕອນເຮັດວຽກໄດ້ເງິນແລ້ວໄປຊື້ຄອນໂດ 2 ຫ້ອງ ແລະ ຊື້ສິນຄ້າແບຣນດັງ
,
ຫລັງຈາກນັ້ນ ມີນາງສາວຄົນຫນື່ງ ( ນາງ ກ ນາມສົມມຸດ ) ມາຈາກຕ່າງປະເທດ ມາເປັນໝູ່ກັນຈົນໄວ້ເນື້ອເຊື່ອໃຈ, ຈາກນັ້ນນາງສາວຄົນນີ້ມາຢືມເງິນຈຳນວນ 200,000 ບາດ ເພື່ອໄປຮ້ານອາຫານ, ແມ່ຕູ້ໃຫ້ຢືມຍ້ອນບໍ່ມີຄອບຄົວ. ແລະ ເຫັນລາວຄືເດັກນ້ອຍທີ່ເຊື່ອໃຈແທ້ໆ


ແລະນາງສາວຄົນນີ້ໃຫ້ຄຳໝັ້ນສັນຍາວ່າຈະດູແລແມ່ຕູ້ຕະຫຼອດໄປ , ຕໍ່ມາກໍ່ໄດ້ຂໍຢືມເງິນຕື່ມ 3-4 ແສນບາດ ແຕ່ຕອນນັ້ນບໍ່ມີເງິນ. ສະນັ້ນ ລາວຈຶ່ງບອກໃຫ້ເອົາໃບປະກັນໄພຊີວິດເພື່ອຖອນຄ່າປະກັນໄພ.
,
ແຕ່ແມ່ຕູ້ບໍ່ເຫັນດີ ນາງສາວຄົນນີ້ ຈື່ງໄດ້ລັກລອບປອມແປງລາຍເຊັນເພື່ອຖອນເງິນຄ່າປະກັນໄພຊີວິດ 150,000 ບາດ. ແລະ ໂອນຄອນໂດຂອງລາວ ໃນເຂດ ລັງສິດ ລັກ ມາເປັນຂອງນາງສາວຄົນນີ້ຫມົດ,


ຫລັງຈາກນັ້ນແມ່ຕູ້ຈື່ງປືກສາທະນາຍເພື່ອຫາທາງອອກຊ່ວຍແມ່ຕູ້ , ທະນາຍຄວາມຈື່ງໄດ້ໄກ່ເກ່ຍ ກັບສາວຄົນນີ້ . ສາວຄົນນີ້ຈື່ງສັນຍາວ່າຈະໂອນເງິນເດືອນໆລະ 3,000 ບາດໃຫ້ແມ່ຕູ້ ແຕ່ໂອນໄປສອງສາມເດືອນແລ້ວກໍ່ຫາຍໄປ.
ຊີວິດແມ່ຕູ້ຈື່ງປ່ຽນຈາກຄົນມີເງີນມາເປັນຄົນບໍ່ມີບ້ານບໍ່ມີເຮືອນຢູ່. ແລະ ແມ່ຕູ້ຍັງເວົ້າວ່າຂ້ອຍບໍ່ຕ້ອງການລົບກວນຫລານຂອງຂ້ອຍ ທີ່ເຄີຍຢູ່ນຳ ແລະ ແມ່ຕູ້ກໍ່ບໍ່ໄປນອນຢູ່ເຮືອນຫລານ, ຈຶ່ງຕັດສິນໃຈຍ່າງ. ດໍາລົງຊີວິດແລ່ລ່ອນ ຢູ່ຮ້ານສະດວກຊື້, ປໍ້ານໍ້າມັນ, ປ້າຍລົດເມຕ່າງໆ


ບາງມື້ກໍ່ມີຄົນຊື້ເຂົ້າກິນ. ບາງຄັ້ງຄົນໃຫ້ເງິນໃຫ້ແມ່ຕູ້. ສ່ວນເງີນລາວເກັບຮັກສາມັນໄວ້ເພື່ອໃຊ້ຈ່າຍໃນເວລາປ່ວຍ.
ຊ່ວຍເຫຼືອ ໂດຍຂໍໃຫ້ແມ່ຕູ້ຢ່າຍ້າຍໄປນອນບ່ອນໃດ ຂະນະທີ່ຮ້ານຂາຍອາຫານແລະເຄື່ອງດື່ມໃນປ້ຳນ້ຳມັນດັ່ງກ່າວ ເຂົາເຈົ້າດີໃຈທີ່ຈະໃຫ້ແມ່ຕູ້ເປັນບ່ອນນອນຊົ່ວຄາວ. ຈົນກ່ວາມີອົງການທີ່ຈະຊ່ວຍ
ຊົມຄລີບ