ຕ້ອງການແຮງງານ 61 ຄົນໄປເຮັດວຽກ ເງີນເດືອນ ສູງ
ອີງຕາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລະຫວ່າງ ກົມການຈັດຫາງານ ແລະ ເມືອງ ຊັງຈອງ ສ.ເກົາຫຼີ;
,
ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເມືອງ ຊັງຈອງ, ສ. ເກົາຫຼີ ໄດ້ສະແດງເຈດຈໍານົງ ໃນການນໍາໃຊ້ແຮງງານ ເມືອງຄໍາ, ແຂວງ ຊຽງຂວາງ ຈໍານວນ 61 ຄົນ (ຍິງ 52 ຄົນ, ຊາຍ 7 ຄົນ ແລະ 1 ຄູ່ຜົວ-ເມຍ
) ເພື່ອໄປເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວ ໃນເດືອນມັງກອນ (ຈໍານວນ 33 ຄົນ ຍິງ 29 ຄົນ ) ເດືອນມີນາ (ຈໍານວນ 4 ຄົນ, ຍິງ 2 ຄົນ+1 ຄູ່ຜົວ-ເມຍ) ແລະ ເດືອນພຶດສະພາ ຂອງປີ 2023 (ຈໍານວນ 24 ຄົນ, ຍິງ 21 ຄົນ).
ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີ ຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ກົມການຈັດຫາງານ ພ້ອມດ້ວຍຄະນະ ຈະດໍາເນີນການຮັບສະຫມັກ ແລະ ຄັດເລືອກເອົາແຮງງານ ຢູ່ເມືອງຄໍ ຕາມກໍາຫນົດການດັ່ງນີ້:
– ວັນທີ 21/12/2022 ເວລາ 8:00ໂມງ – 16:00ໂມງ (ຫມົດມື້)
– ວັນທີ 22/12/2022 ເວລາ 8:00ໂມງ – 12:00ໂມງ (ເຄິ່ງມື້)
ສະນັ້ນ ເພື່ອເຮັດໃຫ້ຂະບວນການຮັບສະຫມັກ ແລະ ຄັດເລືອກເອົາແຮງງານ ມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ຫ້ອງການ ກະຊວງ ຮສສ ຂໍແຈ້ງມາຍັງທ່ານ ເພື່ອແຈ້ງການຫາຫ້ອງການ ຮສສ ເມືອງ ຄໍາ ເພື່ອແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ
ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆ ພາຍໃນເມືອງດັ່ງກ່າວ ເພື່ອ ເຂົ້າຮ່ວມການຄັດເລືອກໃນວັນເວລາທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ. ສໍາລັບແບບຟອມການສະຫມັກ ກົມການຈັດຫາງານ ຈະ ກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ
ຂໍໃຫ້ພະແນກ ຮສສ ແຂວງ ຊຽງຂວາງ, ຫ້ອງການ ຮສສ ເມືອງຄໍາ ແລະ ການປົກຄອງຂັ້ນບ້ານ ໃຫ້ຄວາມຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍຫນ້າ ເຂົ້າມາມີສ່ວນຮ່ວມໃນຂະບວນການຄັດ ເລືອກແຮງງານຄັ້ງນີ້ຢ່າງເດັດຂາດ. ສໍາລັບ ຄ່າລົງທະບຽນ, ສະຫມັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.


,

