ແຊໄວ້ ໃຜມັກຖືກຕຳຫຼວດກັກອ່ານເດີ້. ຫ້າມຕຳຫຼວດຈະລາຈອນ ກະທຳ 5 ຂໍ້ນີ້ເດັດຂາດ.
ແຊຣ໌ໄວ້ ໃຜມັກຖືກຕຳຫຼວດກັກ ຫ້າມຕຳຫຼວດຈະລາຈອນ ນະຄອນຫຼວງ ກະທຳ5 ຂໍ້.
,
ວັນທີ 6 ທັນວາ 2022 ກົມຕຳຫລວດຈະລາຈອນ ໄດ້ລົງເຜີຍແຜ່ 5 ຂໍ້ຫ້າມ ໃຫ້ຈະລາຈອນ ນະຄອນຫລວງວຽງຈັນຄື.


1. ຫ້າມຕັ້ງຈຸດກວດກາຍານພາຫະນະຕາມເສັ້ນທາງຫຼວງ, ເສັ້ນທາງແຄບ ແລະ ລົດບໍ່ສາມາດສວນທາງກັນໄດ້ທີ່ ບໍ່ໄດ້ຮັບການຕົກລົງຈາກຂັ້ນເທິງຢ່າງເດັດຂາດ.
2. ຫ້າມປະຈວຍ, ປ້າຍ ຫຼື ເຄື່ອງໝາຍ ໄວ້ຈຸດກວດກາ ແລະ ປ້ອມ ເມື່ອຢຸດເຊົາການເຮັດໜ້າທີ່.
3. ຫ້າມກວດກາເອກະສານເຄື່ອນຍ້າຍສິນຄ້າ ແລະ ສິນຄ້າ ຍົກເວັ້ນກໍລະນີມີການແຈ້ງຂ່າວ, ການປະສານສົມທົບຈາກພາກສ່ວນທີ່ກ່ຽວຂ້ອງ.


4. ຫ້າມປັບໃໝເກີນອັດຕາທີ່ໄດ້ກຳນົດຕາມ ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ 568/ລບ ແລະ
ບໍ່ມີບິນຮັບເງິນ ກ1 ຢ່າງເດັດຂາດ ແລະ ຫ້າມປັບໃໝຜູ້ຂັບຂີ່ທີ່ລະເມີດດໍາລັດວ່າດ້ວຍກົດຈະລາຈອນທາງບົກ ໃນເວລາຕັ້ງຈຸດກວດກາ ໂດຍອີງໃສ່ປະມວນ ກົດໝາຍອາຍາຢ່າງເດັດຂາດ.
5, ຫ້າມສວຍໃຊ້ສິດ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກຢ່າງເດັດຂາດ ແລະ ຫ້າມມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຢ່າງເດັດຂາດ ຕ້ອງໃຫ້ປະຕິບັດໜ້າທີ່ບໍລິການດ້ວຍມາລະຍາດທີ່ດີເປັນທີ່ເພີ່ງຂອງສັງຄົມ.
,