ຂ່າວລາຍວັນ

ຜູ້ຂັບຂີ່ລົດ ບໍ່ເຖິງກະສຽນອາຍຸ ຈະຖືກປັບໃຫມ ມີລາຍລະອຽດດັ່ງນີ້:

ອີງຕາມດຳລັດ ວ່າດ້ວຍ ການປັບໃຫມຜູ້ລະເມີດກົດຫມາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ຫມວດທີ 1 ການປັບໃຫມຜູ້ຂັບຂີ່ລົດ ບໍ່ເຖິງກະສຽນອາຍຸ ແລະ ມີທາດເຫຼົ້າໃນຮ່າງກາຍ ມາດຕາ 6 ຜູ້ຂັບຂີ່ລົດທີ່ບໍ່ເຖິງກະສຽນອາຍຸ

,

ຜູ້ທີ່ບໍ່ເຖິງກະສຽນອາຍຸຂັບຂີ່ລົດ ຕາມທາງຫຼວງ ພາຍໃນ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຈະຖືກປັບໃຫມ ດັ່ງນີ້:

1. ສໍາລັບຜູ້ປົກຄອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕ່ໍາກວ່າ 9 ປີ ຂັບຂີ່ລົດຖີບ ຖືກປັບ 20.000 ກີບ;

2. ສໍາລັບຜູ້ປົກຄອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າ 12 ປີ ຂີ່ລົດໂມເປດ ຖືກປັບ 30.000 ກີບ ;

3. ສໍາລັບຜູ້ປົກຄອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າ 13 ປີ ຂັບຂີ່ລົດຈັກ ຖືກປັບ 50.000 ກີບ;

4. ສໍາລັບຜູ້ປົກຄອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕ່ໍາກວ່າ ສິບແປດ ປີ ຂັບຂີ່ລົດສາມລໍ້ຕິດ ເຄື່ອງຈັກ, ລົດໄຖນາທີ່ແກ່ລໍ້, ຕ໋ອກໆ ຖືກປັບ 80.000 ກີບ;

5. 100.000 ກີບ ສໍາລັບຜູ້ປົກຄອງຂອງເດັກ ທີ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າ ສິບແປດ ປີ ຂັບຂີ່ລົດ ເກງ, ກະບະ, ຈິບ ແລະ ຕູ້;

6. 150.000 ກີບ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ ຊາວສາມ ປີ ຂັບຂີ່ລົດຂົນສົ່ງຜູ້ໂດຍສານຂະຫນາດນ້ອຍ; 7. 300.000 ກີບ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ ຊາວຫ້າ ປີ ຂັບຂີ່ລົດຂົນສົ່ງຜູ້ໂດຍສານຂະຫນາດກາງ;

8. 350.000 ກີບ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ ຊາວແປດ ປີ ຂັບຂີ່ລົດຂົນສົ່ງຜູ້ໂດຍສານຂະຫນາດໃຫຍ່; 9. 120.000 ກີບ ສໍາລັບຜູ້ທີ່ມີອາຍຸຕ່ໍາກວ່າ ຊາວເອັດ ປີ ຂັບຂີ່ລົດຂົນສົ່ງສິນຄ້າຂະຫນາດນ້ອຍ;

10. 150.000 ກີບ ສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ ຊາວຫ້າ ປີ ຂັບຂີ່ລົດຂົນສົ່ງສິນຄ້າຂະຫນາດກາງ;

11. 200.000 ກີບ ສໍາລັບຜູ້ທີ່ມີອາຍຸຕ່ໍາກວ່າ ຊາວແປດ ປີ ຂັບຂີ່ລົດຂົນສົ່ງສິນຄ້າຂະຫນາດໃຫຍ່

ລວມ ທັງ ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ຫາງລາກ ແລະ ລົດຂົນສົ່ງທົ່ວໄປ ທີ່ແກ່ຫາງລາກ ທີ່ມີນໍ້າຫນັກລວມແຕ່ 750 ກິໂລກຣາມ ຂຶ້ນໄປ.

ເຈົ້າຫນ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກັກລົດທີ່ຜູ້ຂັບຂີ່ລະເມີດ ຕາມທີ່ໄດ້ກໍານົດໄວ້ເທິງນີ້ ຈົນກວ່າເຈົ້າຂອງລົດ ຫຼື ຜູ້ປົກຄອງຂອງຜູ້ລະເມີດນັ້ນ ມາຮັບປະກັນເອົາ ໂດຍມີບົດບັນທຶກກ່ຽວກັບການ ລະເມີດໄວ້ເປັນຫຼັກຖານ ພ້ອມທັງສຶກສາອົບຮົມຜູ້ຂັບຂີ່ລົດທີ່ບໍ່ເຖິງກະສຽນອາຍຸແລ້ວ ຈຶ່ງສົ່ງລົດດັ່ງກ່າວ.

ຈາກ: Lao youth

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page