ແຈ້ງຂ່າວດີ, ທ່ານສາມາດ ຊື້ປີ້ລົດໄຟອອນລາຍ ຜ່ານApp LCR Ticket ໄດ້ແລ້ວ
ແຈ້ງຂ່າວດີ: ສິ້ນສຸດການລໍຄອຍ, ທ່ານສາມາດດາວໂຫຼດ Application ຊື້ປີ້ລົດໄຟອອນລາຍໄດ້ແລ້ວຕອນນີ້ທັງໃນລະບົບ Android ແລະ IOS,
,
ທ່ານສາມາດດາວໂຫຼດແອັບເພື່ອລົງທະບຽນການນຳໃຊ້ ແລະ ທຳຄວາມຄຸ້ນເຄີຍກັບແອັບໄດ້, ລາຍລະອຽດການນໍາໃຊ້ ແລະ ຟັງຊັ່ນຕ່າງໆຂອງແອັບທັງການຊື້ປີ້, ປ່ຽນປີ້, ຖອນປີ້, ຟັງຊັ່ນ ແລະ ຂັ້ນຕອນດໍາເນີນການອື່ນໆ ແມ່ນທ່ານສາມາດເບິ່ງໃນວິດີໂອແນະນໍາຂ້າງລຸ່ມນີ້.


,
ສໍາລັບເບື້ອງຕົ້ນຍັງບໍ່ສາມາດຈອງປີ້ໄດ້ເພາະຍັງມີບາງຟັ່ງຊັ່ນຍັງຢູ່ໃນຂັ້ນຕອນການທົດສອບພາຍໃນຂອງວິຊາການບໍລິສັດ, ເພື່ອໃຫ້ຮັບປະກັນວ່າເວລາທີ່ປ່ອຍແອັບອອກໄປເປັນທາງການແລ້ວ ແອັບຂອງພວກເຮົາຈະສາມາດຮັບໃຊ້ທຸກທ່ານໄດ້ຢ່າງມີປະສິດທິພາບ ແລະ ມີຄວາມສົມບູນທີ່ສຸດ.
,
ສ່ວນເວລາທີ່ຈະສາມາດຈອງປີ້ໄດ້ແມ່ນໄວໆນີ້, ສຳລັບວັນທີ ແລະ ເວລາທີ່ຈະສາມາດຈອງປີ້ໄດ້ແມ່ນບໍລິສັດຈະແຈ້ງອີກຄັ້ງໜຶ່ງ.


ຂໍຂອບໃຈທີ່ທ່ານໃຫ້ການສະໜັບສະໜູນ ແລະ ນຳໃຊ້ທາງລົດໄຟລາວ-ຈີນ.
ຊົມຄລີບ