ຂ່າວລາຍວັນ

ກັນຕະນາ ໄດ້ 4 ຫຼຽນຄໍາ ຍິງປືນ ຊຽງຂວາງ ເກມ

ກັນຕະນາ ໄດ້ 4 ຫຼຽນຄໍາ ຍິງປືນ ຊຽງຂວາງ ເກມ

ນາງ ກັນຕະນາ ໄຊຍະລາດ ນັກກິລາຍິງປືນມືໃໝ່ ເກີດຢູ່ບ້ານໜອງບອນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ) ມີເວລາຝຶກຊ້ອມພຽງ 2 ເດືອນ ແຕ່ສາມາດແຈ້ງເກີດດ້ວຍການຍາດໄດ4 ຫຼຽນຄໍາ ໃຫ້ ນວ ກໍຄື ນັກຍິງປືນ ນວ ສ້າງຜົນງານລື່ນຄາດໝາຍ ໃຫ້ນະຄອນຫຼວງວຽງຈັນ ໃນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ.

ການແຂ່ງຍິງປືນ ຊຽງຂວາງ ເກມ ໄດ້ດຳເນີນແຂ່ງຂັນໄລຍະສຸດທ້າຍລະຫວ່າງວັນທີ 14-15 ທັນວາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບ ຫຼື ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ, ກ່ອນໃນວັນທີ 16 ທັນວາ ມີພິທີມອບ-ຮັບຫຼຽນເປັນທາງການ ຊຶ່ງການແຂ່ງຂັນຊີງໄຊກັນທັງໝົດ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜົນການແຂ່ງຂັນປະກົດວ່າ ນັກກິລາຍິງປຶນຈາກນະຄອນຫຼວງວຽງຈັນສາມາດຍາດມາໄດ້ 6 ຫຼຽນຄໍາ, 2 ຫຼຽນເງິນ ແລະ 17 ຫຼຽນທອງ ຈັດຢູ່ໃນອັນດັບ 3 ຂອງຕາຕະລາງ. ຊຶ່ງຫຼຽນຄຳ ໄດ້ຈາກລາຍການບຸກຄົນຍິງ 15 ແມັດ, ທີມຍິງ, ບຸກຄົນຍິງ 25 ແມັດ, ທີມຍິງ ປືນຍາວເປົ້າເລື່ອນ 10 ແມັດ, ບຸກຄົນຍິງ ແລະ ປືນຍາວເປົ້າເລື່ອນ 10 ແມັດ ບຸກຄົນຊາຍ. ສ່ວນອັນດັບທີ1 ເປັນຂອງ ປກຊ ຍາດໄດ້ 11 ຫຼຽນຄໍາ, 14 ຫຼຽນເງິນ ແລະ 12 ຫຼຽນທອງ, ອັນດັບທີ2 ປກສ ຍາດໄດ້ 11 ຫຼຽນຄໍາ, 11 ຫຼຽນເງິນ ແລະ 14 ຫຼຽນທອງ.

ນາງ ກັນຕະນາ ໄຊຍະລາດ ໃຫ້ສຳພາດວ່າ: ການຍາດຫຼຽນຄຳມາຄອງໃນ ຊຽງຂວາງ ເກມ 2022 ເປັນຄວາມພາກພູມໃຈຫຼາຍ ເພາະຕົນເອງເປັນນັກກິລາມືໃໝ່

ກ່ອນເຂົ້າຮ່ວມກໍຫວັງພຽງແຕ່ຈະເຮັດໃຫ້ດີທີ່ສຸດ ເພາະໄດ້ເປັນຕົວແທນໃຫ້ນັກກິລາຊາວນະຄອນຫຼວງວຽງຈັນ ໃນລາຍການທໍາອິດທີ່ຕົນໄດ້ເຂົ້າມາເປັນນັກກິລາຍິງປືນຮ່ວມແຂ່ງຂັນງານຄັ້ງນີ້ ແຕ່ທີ່ໜ້າປະທັບໃຈສຸດ ແມ່ນສາມາດຍາດໄດ້ 4 ຫຼຽນຄໍາ ໃຫ້ນະຄອນຫຼວງວຽງຈັນ ໄດ້ລື່ນຄາດໝາຍທີ່ວາງໄວ້.

ຜົນງານດັ່ງກ່າວນີ້ ໄດ້ມາຍ້ອນຄວາມເອົາໃຈໃສ່ຂອງສະຫະພັນຍິງປືນ ນະຄອນຫຼວງ ກໍຄື ຄູຝຶກ ເອົາໃຈໃສ່ແນະນຳການຊ້ອມຕະຫຼອດໄລຍະເກັບຕົວ ເລີ່ມຕັ້ງແຕ່ຂັ້ນພື້ນຖານ ແລະ ເຕັກນິກຕ່າງໆ ອີກສ່ວນໜຶ່ງແມ່ນມາຈາກຄອບຄົວ ໝູ່ເພື່ອນ ທີ່ໄດ້ຊຸກຍູ້ສົ່ງເສີມຕະຫຼອດມາ.

ສິ່ງສຳຄັນອີກ ກໍຄື ແມ່ນມາຈາກພໍໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ສົ່ງກຳລັງໃຈຕະຫຼອດໄລຍະເຂົ້າຮ່ວມການແຂ່ງຂັນ ຈົນສາມາດສ້າງຜົນງານໃນງານຄັ້ງນີ້ິ້.

Cr: ສົງການ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page