ມາຮ່ວມສົ່ງປ່າໄປຈັກກະວານແດ່ເດີທຸກຄົນ ອອກເດີນທາງ 21 ທັນວານີ້ແຂງຂັນເອົາ ມົງ ຢູ່ສະຫະລັດເມກາ
ນາງງາມຈັກກະວານຕົວແທນຈາກ ສປປ ລາວ ຫຼື Miss Universe Laos 2022 ພາຍຫຼັງໄດ້ຮັບຕຳແໜ່ງນອກຈາກຈະເດີນສາຍເຮັດວຽກງານຊ່ວຍເຫຼືອກສັງຄົມແລ້ວໂຕນາງງາມເອງແມ່ນໄດ້ກະຕົວຫຼາຍຢ່າງ ເພື່ອຈະໄປຊີງເອົາມົງຢູ່ສະຫະລັດອາເມລິກາໃນເວທີໃຫຍ່.
,,


ແລະຕອນນີ້ຮອດວັນເວລານັດໝາຍຂອງກອງໃຫຍ່ແລ້ວ ບັນດານາງງາມຈາກປະເທດຕ່າງໆຈະເດີນທາງໄປທີ່ ນີວອໍແລນ ສະຫະລັດອາເມລິກາ ຈຸດຈັດການປະກວດໃນປີນີ່.


ເຮົາເຮົາເດໃຜແນ່ຈະໄປຮ່ວມສົ່ງ Universe Laos 2022 ໄປ USA ນຳກັນ ພະລັງຄົນລາວຢູ່ໃສ ? ພ້ອມກັນຫລືບໍ່.! ທີ່ຈະຮ່ວມສົ່ງ ຈັກກະວານລາວຄົນນີ້ ເພື່ອໄປຊີງເອົາມົງກຸດຂອງ Miss Universe 2022 ທີ່ເວທີແມ່ ທີ່ສະຫະລັດ ອາເມຣິກາ
ອອກເດີນທາງຈາກວຽງຈັນ ເພື່ອໄປ ສະຫະລັດ ອາເມລິກາ ວັນພຸດນີ້ ທີ່ 21/12/2022 ເວລາ 19:30 ຕອນຄ່ຳ ທີ່ສະຫນາມບິນວັດໄຕ


ທຸກຄົນສາມາດມາຮ່ວມສົ່ງ ຈັກກະວານລາວ ແລະ ທີມ Universe Laos 2022 ໄດ້ ແລ້ວເຈີກັນເດີ້ ແລ້ວພົບກັນໃນວັນທີ 21 ທັນວານີ້ທີ່ສະໜາມບິນວັດໄຕ


ພວກເຮົາທຸກຄົນເປັນແຮງໃຈໃຫ້ນ້ອງ ປ່າເຢັງຊາ ລໍ່ໄປ ເຮັດໜ້າທີ່ເປີດປະຕູລາວສູ່ເວທີຈັກກະວານໃຫ້ສຳເລັດ

