ສາວໆສະໝັກໄປຫຼາຍໆເດີ້ ຮ່ວມຊີງມົງນາງສາວດອກງີ້ວບານ ຮອບຄັດເລືອກ 5 ມັງກອນ 2023
ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ ຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
,
ປະຈຸບັນຜູ້ຮັບຜິດຊອບແມ່ນກຳລັງດຳເນີນການຄັດເລືອກນາງສາວງາມ ເຊິ່ງວັນທີ 25 ທັນວາ 2022 ແມ່ນມື້ສຸດທ້າຍຂອງການຮັບສະໝັກນາງສາວທ່ອງທ່ຽວລາວ ການປະກວດນາງສາວທ່ອງທ່ຽວລາວ.


ການປະກວດນາງສາວທ່ອງທ່ຽວລາວແມ່ນ ການຄັດເລືອກນາງສາວງາມຈາກທຸກແຂວງທົ່ວໄປເທດ ເພື່ອຊິງເງິນລາງວັນຫຼາຍເຖິງ 300,000,000 ກີບ ( ຕ້ອງການສະໝັກ ຕິດຕໍ່ເບີ 020 95289975) ແລະ
ນາງສາວດອກງີ້ວບານແມ່ນ ຄັດເລືອກນາງສາວງາມຈາກແຕ່ລະເມືອງໃນແຂວງບໍ່ແກ້ວ ເຊິ່ງໝົດເຂດຮັບສະໝັກວັນທີ 8 ມັງກອນ 2023 ໂດຍເງິນລາງວັນລວມເຖິງ 150,000,000 ກີບ. ( ຕ້ອງການສະໝັກ ຕິດຕໍ່ເບີ 020 59968887)


ການຈັດງານດັ່ງກ່າວເປັນຄັ້ງທຳອິດທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ. ນາງສາວທ່ານໃດຫາກມີຄົນສົນໃຈ ຫຼື ທ່ານໃດທີ່ມັກນາງສາວໃດ ຢາກໃຫ້ຜູ້ໃດຊະນະ ກໍໄປຊົມໄປເຊຍກັນໄດ້. ພາຍໃນງານເທດສະການດອກງິ້ວບານ ຍັງມີກິດຈະກຳຫຼາຍຢ່າງເຊັ່ນ:ການແຂ່ງຂັນຊ່ວງເຮືອ 4 ປະເທດ,
ການສະແດງສິລະປະ 4 ປະເທດ, ງານເທດສະການດົນຕີດອກງິ້ວສີຄຳ, ງານແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄພ 1000 ອັນ, ກິດຈະກຳໄຫລເຮືອໄຟ, ການສະແດງດອກໄມ້ໄຟ ແລະ ອື່ນໆອີກ.


ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ່ອງຖິ່ນລາວເຮົາ ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.


ງານນີ້ພິເສດສຳລັບສາວໆ ສະໝັກກັນໄປຫຼາຍໆເດີ້




,,


,,

