ກວດພົບລາຍຮັບບໍ່ມອບເຂົ້າງົບປະມານລັດ 141 ຕື້ກວ່າກີບ .
ກວດພົບລາຍຮັບບໍ່ມອບເຂົ້າງົບປະມານລັດ 141 ຕື້ກວ່າກີບ
..
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2021 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ວັນທີ 22 ທັນວາ.
ຜ່ານການກວດສອບບົດສະຫຼຸບຂາດຕົວສາມາດສະຫຼຸບໄດ້ດັ່ງນີ້:
1. ກວດສອບເຫັນເພີ່ມລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 141,30 ຕື້ກີບ, ໃນນັ້ນໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 35,18 ຕື້ກີບ ແລະ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ,ຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີຝາກຄັງເງິນ ຈຳນວນ 106,12 ຕື້ກີບ.
2. ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງໃນລະບົບຄັງເງິນປະຈຳແຂວງທີ່ບໍ່ສາມາດສະສາງ ໄດ້ຍົກມາຈາກປີກ່ອນຈຳນວນ 1.294,10 ຕື້ກີບ, ເກີດໃໝ່ໃນປີ 2021 ຈຳນວນ 85,73 ຕື້ກີບ ລວມເຂົ້າກັນຈຳນວນ 1.379,83 ຕື້ກີບ.
3. ກວດສອບເຫັນໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານທີ່ບໍ່ມອບເຂົ້າງົບປະມານແຫ່ງລັດທັນຕາມກຳນົດເວລາ ຊຶ່ງມີຍອດຍົກມາຈາກປີກ່ອນ ຈຳນວນ 1.879,35 ຕື້ກີບ ເກີດໜີ້ໃໝ່ໃນປີ 2021 ຈຳນວນ 551,43 ຕື້ກີບ ລວມເຂົ້າກັນຈຳນວນ2.430,78 ຕື້ກີບ.
4. ກວດສອບເຫັນຍອດເຫຼືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ (ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດຈຳນວນ 9,48 ຕື້ກີບ.
5. ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ, ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນ ປີ 2021, ເງິນແຮທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມເຂົ້າກັນເປັນເງິນ ຈຳນວນ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ.
6. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານແຫ່ງລັດ ຈຳນວນ 21,72 ຕື້ກີບ.
7. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 23 ໂຄງການ, ມູນຄ່າຕາມສັນຍາ 1.066,82 ຕື້ກີບ ບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ.
ສຳລັບຜົນການກວດສອບເອກະສານລາຍງານການເງິນຂອງທະນາຄານ:
1. ກວດສອບເຫັນ ການອະນຸມັດ ແລະ ການສືບຕໍ່ປ່ອຍກູ້ເງິນໃຫ້ກູ້ຢືມບໍ່ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລະບຽບກນົດໄວ້.
2. ກວດສອບເຫັນການອອກໜັງສືອະນຸມັດໃຫ້ທະນາຄານທຸລະກິດສະໜອງສິນເຊື່ອບໍ່ຖືກຕ້ອງຕາມຂອບເຂດການສະໜອງສິນເຊື່ອຂອງຕົນ ແລະ ກົດໝາຍວ່າດ້ວຍທະນາຄານທຸລະກິດຈຳນວນ 7.986,86 ຕື້ກີບ.
3. ກວດສອບເຫັນ 1 ເປົ້າໝາຍປ່ອຍສິນເຊື່ອຈຳນວນ 150 ຕື້ກີບໃຫ້ລູກຄ້າ 2 ລາຍທີ່ບໍ່ຊຳລະໜີ້ສິນທີ່ກູ້ຢືມໃນໄລຍະຜ່ານມາ.
4. ກວດສອບເຫັນ 1 ເປົ້າໝາຍອະນຸມັດສິນເຊື່ອເກີນຂອບເຂດການສະໜອງສິນເຊື່ອຂອງຕົນຈຳນວນ 13.313,84 ຕື້ກີບ.
ທີ່ມາ: ປະຊາຊົນ