ຂ່າວລາຍວັນ

CNN ຍົກໃຫ້ ນະຄອນປາກເຊ ເປັນສະຖານທີ່ທ່ອງທ່ຽວໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ.

CNN ຍົກໃຫ້ ນະຄອນປາກເຊ ເປັນສະຖານທີ່ທ່ອງທ່ຽວໜ້າຕື່ນຕາຕື່ນໃຈທີ່ສຸດຂອງອາຊີ

ສໍານັກຂ່າວ CNN ຈັດອັນດັບ 18 of Asia’s most underrated places ຈາກທັງໝົດຫຼາຍກ່ວາ 40 ປະເທດ ເຊິ່ງໃນນັ້ນໄດ້ມີ ນະຄອນປາກເຊ ເມືອງທີ່ຢູ່ພາກໃຕ້ ຂອງ ລາວ ຕິດ 1 ໃນ 18 ອັນດັບດັ່ງກ່າວ.

..

ສາເຫດທີ່ເຮັດໃຫ້ ນະຄອນປາກເຊ ຕິດອັນດັບ ຍ້ອນນັກທ່ອງທ່ຽວສາມາດສໍາພັດປະສົບການທີ່ແຕກຕ່າງ ເປັນສະຖານທີ່ທີ່ມີແມ່ນໍ້າສອງສາຍມາພົບກັນ, ປາກເຊ

ຍັງມີຄວາມຫຼາກຫຼາຍ ທີ່ໜ້າຕື່ນເຕັ້ນ ແລະ ທັນສະໄຫມ. ນອກນັ້ນ, ຍັງມີຕຶກເກົ່າ ບູຮານ, ອາຫານທີ່ມາຈາກຫຼາກຫຼາຍວັດທະນະທຳ.

ໃນຕົວເມືອງນະຄອນປາກເຊ ທ່ານສາມາດ ໄປນະມັດສະການພະພຸດທະຮູບໃຫຍ່ ຢູ່ວັດພູສະເຫຼົາ, ນັ່ງເບິ່ງຕາເວັນຕົກດິນ ຢູ່ແຄມແມ່ນໍ້າຂອງ

ຈາກນັ້ນສາມາດໄປຕໍ່ທີ່ພູພຽງບໍລະເວນ ແລະ ເຂົ້າໄປທ່ຽວຊົມໃນປ່າດົງທີ່ຕຶບໜາ.

ພາບຄລີບ ນ້ຳຕົກຕາດຟານ ສວຍງາມແບບນີ້

ທີ່ມາ: TargetMagazine

ອ້າງອີງຈາກ https://amp.cnn.com/cnn/travel/article/asia-underrated-places-intl-hnk/index.html?fbclid=IwAR0n4U1qnZQG3gUtBbvfepw4gl6nwV4IuC8kqt01InrzuJzCcqaBW4PEanY

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page