ຂ່າວລາຍວັນ

ເກີດເຫດຊາຍໄວກາງຄົນ ອາລະວາດຈູດເຄື່ອງໃສ່ແກັດເຈ້ຍໂຍນໃສ່ຫຼັງຄາເຮືອນຕົນເອງ.

ເຫດການບໍ່ຄາດຄິດ ໃນເວລາປະມານ 7 ໂມງ ເຊົ້າຂອງວັນທີ 24 ທັນວາ 2022 ນິ້ ໄດ້ເກີດເຫດຊາຍໄວກາງຄົນອາລະວາດ ຈູດເຄື່ອງໃສ່ແກັດເຈ້ຍແລ້ວໂຍນໃສ່ຫຼັງຄາເຮືອນຂອງຕົນເອງ ເຮັດໃຫ້ມີຄວັນໄຟລຸກຂຶ້ນຢ່າງແຮງ,

,

ພໍດີແມ່ນໄລຍະທີພໍ່ຄ້າ-ແມ່ຄ້າ ແລະ ປະຊາຊົນກຳລັງມາຕະຫຼາດ ເພື່ອຊື້-ຂາຍເຄື່ອງຂອງ ແລະ ອາຫານການກິນປະຈໍາວັນ ໄດ້ແຕກຕື່ນພາກັນແລ່ນມາເບິ່ງມີເຫດຫຍັງເກີດຂຶ້ນ ແລະ ຊ່ວຍກັນເອົານ້ຳມາດັບໄຟ

ເພື່ອບໍ່ໃຫ້ເກີດເປັນເພີງໃຫຍ່ລາມໄປເຮືອນຄົນອື່ນອີກ ພ້ອມທັງໂທຫາເຈົ້າໜ້າທີ່ ຕຳຫຼວດດັບເພີງມາຊ່ວຍ; ແຕ່ປະຊາຊົນສາມາດລະງັບໄຟໄວ້ໄດ້ກ່ອນ ເມື່ອເຈົ້າໜ້າທີ່ຕຳຫຼວດດັບເພີງມາເຖິງກໍໄດ້ກວດກາເບິ່ງສະຖານທີ່ເກີດເຫດ ເພື່ອຄວາມປອດໄພວ່າໄຟດັ່ງກ່າວໄດ້ມອດແທ້ຈິງຫຼື ບໍ.

ສ່ວນຜູ້ກໍເຫດ ທາງເຈົ້າໜ້າທີ່ ປກສ ກຸ່ມບ້ານໄດ້ຄວບຄຸມຕົວເປັນທີຮຽບຮ້ອຍ. ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນຂອງເຈົ້າໜ້າທີຈຶ່ງຮູ້ໄດ້ວ່າຜູ້ກໍເຫດແມ່ນເກີດມາຈາກອາການເມົາຢ່າເສບຕິດ ຈຶ່ງກະທຳເຫດດັ່ງກ່າວຂຶ້ນໂດຍບໍ່ຮູ້ຕົວ ຊື່ ທ້າວ ຫຼ້າ ປະຊາຊົນບ້ານໃຫຍ່ຫ້ວຍຊາຍໃຕ້ ຄຸ້ມມ່ວງແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ປະຊາຊົນທີ່ຢູ່ອ້ອມຂ້າງເຮືອນລາວລ້ວນແຕ່ເວົ້າເປັນສຽງດ່ຽວກັນວ່າ: ເກືອບທຸກໆຄືນບໍ່ໄດ້ນອນ ຍ້ອນລາວມີການອາລະວາດມີສຽງເນື່ອງນັນຈົ້ມວ່າລົບກວນມາຕະຫຼອດຄືນ.

ປະຈຸບັນທາງເຈົ້າໜ້າທີ່ໄດ້ນໍາເອົາຜູ້ກ່ຽວໄປກັກຕົວຢູ່ທີ່ ປກສ ກຸ່ມບ້ານໃຫຍ່ຫ້ວຍຊາຍໃຕ້ ເພື່ອປະຕິບັດຕາມຂັ້ນຕອນ ຂອງກົດໝາຍບ້ານເມືອງ ພ້ອມທັງສຶກສາອົບຮົມໃຫ້ຜູ້ກ່ຽວປ່ຽນແປງພຶດຕິກຳໃຫ້ດີຂຶ້ນ. ບັນຫາປະກົດການຫຍໍ້ທໍ້ໃນສັງຄົມຍັງເກີດຂຶ້ນເກືອບທຸກໆວັນ.

ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ພໍ່ ແມ່ ຜູ້ປົກຄອງຕ້ອງໄດ້ເປັນເຈົ້າການສຶກສາອົບຮົມເບິ່ງແຍງດູແລລູກຫຼານຂອງຕົນໃຫ້ດີ,ຫາກເຫັນມີການເຄື່ອນໄຫວທີ່ບໍ່ຖືກຕ້ອງ ຕ້ອງໄດ້ຕັກເຕືອນແລະ ສືກສາອົບຮົບໃຫ້ເຂົາເຈົ້າຮັບຮູ້ ເຂົ້າໃຈ,

ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງໃຫ້ກາຍເປັນຄົນດີຂອງພໍ່ແມ່ ແລະ ພົນລະເມືອງດີຂອງສັງຄົມ,

ສ່ວນການຈັດຕັ້ງບ້ານທຸກຂັ້ນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບເຄື່ອນໄຫວຕາມພາລະບົດບາດ ເປັນເຈົ້າການຕິດຕາມກວດກາສະມາຊິກລູກບ້ານຂອງຕົນໃຫ້ເປັນປົກກະຕິແລະຕໍ່ເນື່ອງ.

ເມື່ອມີບັນຫາ ແລະເຫດການເກີດຂຶ້ນພາຍໃນບ້ານ ຕ້ອງໃຫ້ການຮ່ວມມື ແລະຮີບຮ້ອນລາຍງານຫາເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂໃຫ້ທັນກັບເຫດການ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຢູ່ແຂວງບໍ່ແກ້ວໝົດໄປ.

ຂ່າວ: ເງິນຫຼົງ ຈິດພູວົງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page