ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໂອກາດດຽວກັນ, ສະພາແຫ່ງຊາດ ກໍ່ໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ຂຶ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຄົນໃໝ່).


ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ສ່ວນ ທ່ານ ຄຳພັນ ວິພາວັນ ພັກການຮັບອຸດໜູນບຳນານ
ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໃນວັນທີ 30 ທັນວາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ, ເຊິ່ງໄດ້ປະກາດແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່, ສ່ວນທ່ານ ຄຳພັນ ວິພາພັນ ອະດິດນາຍົກລັດຖະມົນຕີ ພັກການຮັບອຸດໜູນບຳນານ.
ໃນວາລະພິເສດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍການນຳພັກ-ລັດຂັ້ນສູງ ແລະ ສະມາຊິກສະພາແຫ່ງຊາດໃນຂອບເຂດເຂົ້າຮ່ວມ,
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນອ່ານໜັງສືສະເໜີຂອງປະທານປະເທດ ກ່ຽວກັບການພິຈາລະນາ ໃບຄຳຮ້ອງຂໍພັກການຮັບອຸດໜູນບໍານານຂອງນາຍົກລັດຖະມົນຕີ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ ສະບັບເລກທີ 63/ສປຊ ລົງວັນທີ 8 ທັນວາ 2015,
ອີງຕາມກົດໝາຍວ່າດ້ວຍສະພາແຫ່ງຊາດເລກ ທີ 04/ສພຊ ລັງວັນທີ 9 ທັນວາ 2015 ແລະ ອີງຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ ລົງວັນທີ 30 ມິຖຸນາ 2020 ອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ
ມາດຕາ 64 ຂໍ້ 6 ອີງຕາມໃບຄຳຮ້ອງຂໍພັກການຮັບອຸດໜູນບຳນານຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ
ສະບັບເລກທີ 16 ທັນວາ 2022 ອີງຕາງການຕົກລົງເຫັນດີໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງທີ 21 ທັນວາ 2022 ໃນນາມປະທານ ປະເທດແຫ່ງ ສປປ ລາວ ຈຶ່ງສະເໜີມາຍັງ ທ່ານປະທານຄະນະປະຈຳສະພາແຫ່ງຊາດ ພິຈາລະນາໃຫ້ທ່ານ ພັນຄຳ ວິພາວັນ ເຂົ້າພັກການຮັບການອຸດໜູນບຳນານ ຕາມຄໍາຮ້ອງຂໍຜູ້ກ່ຽວ
ພ້ອມນັ້ນຍັງໄດ້ສະເໜີມາດຖານເງື່ອນໄຂຂອງຜູ້ທີ່ຈະດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີຄົນໃໝ່ ເຊິ່ງເຫັນວ່າ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທີ່ມີເງື່ອນໄຂ ແລະ ມາດຖານຄົບຖ້ວນຕາມການສະເໜີຂອງປະທານປະເທດ.
ພາຍຫຼັງທີ່ຮັບຟັງການອ່ານໜັງສືສະເໜີຂອງປະທານປະເທດສຳເລັດ ສະມາຊິກສະພາແຫ່ງຊາດກໍ ໄດ້ປະກອບຄໍາເຫັນ ແລະ ລົງຄະແນນສຽງຮັບຮອງເອົາທ່ານ ສອນໄຊ ສີພັນດອນ ເເປັນາຍົກລັດຖະມົນຕີຄົນໃໝ່ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
ໂອກາດນີ້ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນມີຄຳເຫັນກ່າວຮັບໜ້າທີ່ ເຊິ່ງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ.