ຂ່າວລາຍວັນ
ຂ້າພະເຈົ້າຈະອອກມາອະທິບາຍກ່ຽວກັບການໂພສດ່າທະຫານ
ສະບາຍດີທຸກຄົນຂ້າພະເຈົ້າມີຊື່ວ່າທ້າວນຸກມີໄຊ ສາຍກະສຽນຊັ້ນຮ້ອຍຕີ
…
ເຮັດວຽກຢູ ປກສ ເມືອງດາກຈຶງແຂວງເຊກອງ ຂ້າພະເຈົ້າຈະອອກມາອະທິບາຍກ່ຽວກັບການໂພສດ່າທະຫານອີຫຍັງອັນນີ້ຂ້າພະເຈົ້າບໍ່ຮູ້ຫຍັງເລີຍແລະເຟສທີ່ດ່ານັ້ນບໍ່ແມ່ນເຟສຂ້າພະເຈົ້າແຕ່ເຂົາເອົາຊືນາມສະກຸນແລະຮູບ


ຂອງຂ້າພະເຈົ້າມາຕັ້ງແລ້ວແຊັດດ່າຜູ້ນີ້ຜູ້ນັ້ນແລ້ວດ່າໂດຍທີ່ຂ້າພະເຈົ້າບໍ່ຮູ້ຫຍັງເລີຍ ຂ້າພະເຈົ້າຈຶ່ງອອກມາແຈ້ງໃຫ້ທຸກຄົນຮູ້ແລະຮັບຊາບວ່າ:
ບໍ່ແມ່ນຂ້າພະເຈົ້າເປັນຜູ້ເຮັດແບບນັ້ນແລະ ປ່ອຍດ່າແບບນັ້ນ. ມີຄົນເອົາຮູບຂອງຂ້າພະເຈົ້າມາແອບອ້າງແລະເຮັດໃຫ້ຂ້າພະເຈົ້າເສຍຫາຍ.


ຂໍໃຫ້ທຸກຄົນເຂ້າໃຈຂ້າພະເຈົ້າແນ່ເດີ ແລະ ຊ່ວຍແຊຣບອກໃຫ້ເຂົາຮູ້ຫມົດທຸກຄົນເດີຂໍຂອບໃຈ


ທີມາ

