ຂ່າວລາຍວັນ

ສາວມາດາມ ໂບ ຊ່ວຍສ້າງໂຮງຮຽນປະທັບໃຈໃຫ້ບ້ານໂພນຮົ່ມ ເມືອງທ່າໂທມ ແຂວງໄຊສົມບູນ

ທ່ານ ນາງ ພິຈິກາ ປະດາວົງ ຫຼື ມາດາມ ໂບ ປະທັບໃຈພໍ່ແມ່ປະຊາຊົນຊາວບ້ານໂພນຮົ່ມ ເມືອງທ່າໂທມ ແຂວງໄຊສົມບູນ

ທີ່ຊ່ວຍກັນປຸກສ້າງໂຮງຮຽນຫຼັງໃໝ່ ຊຶ່ງໃຊ້ເວລາພຽງເດືອນປາຍ ເລີ່ມສ້າງໂຮງຮຽນຫຼັງນີ້ຕັ້ງແຕ່ກາງເດືອນພະຈິກ 2022

ໂດຍທຶນນໍ້າໃຈຈາກ ມາດາມ ໂບ ຈຳນວນ 45 ລ້ານກີບ ຈົນມາຮອດປັດຈຸບັນສາມາດສ້າງສຳເລັດສົມບູນແລ້ວ ດ້ວຍດີໃຈຂອງຫຼານນ້ອຍທີ່ໂພສສະແດງຄວາມຂອບໃຈຕໍ່ຄວາມມີນໍ້າໃຈຂອງມາດາມ ໂບ.

ຈາກເພັສບຸກສ່ວນຕົວ ມາດາມ ໂບ ກ່າວໄວ້ວ່າ: ເພາະເຮົາ​ຮຸ້ວ່າ ການສືກສາສຳຄັນ ຂ້າພະເຈົ້າ​ຂໍເປັນສ່ວນໜື່ງໃນການມອບອະນາຄົດໃຫ້ ລູກຫຼານ ກໍຄື

ມອບການສືກສາທີ່ດີ ໃນນາມສ່ວນຕົວຮູ້ສຶກດີໃຈເປັນຢ່າງສູງທີ່ໄດ້ເປັນສ່ວນໜື່ງໃນ ສ້າງໂຮງຮຽນຫຼັງນີ້ໃຫ້ແກ່ຫຼານນ້ອຍຈຳນວນ 60 ນ້ອງໄດ້ມີບ່ອນຮຽນທີ່ດີ.

ໃນປັດຈຸບັນ ສາມາດເວົ້າວ່າ ມາດາມ ໂບ ເປັນໜຶ່ງວິລະສະຕີລາວ ທີ່ພ້ອມອຸທິດຕົນເພື່ອຊາດ ຊຶ່ງເຫັນໃນການເອົາໃຈໃສ່ທຸ້ມເທ້ທັງເຫື່ອແຮງ,

ສະຕິປັນຍາ ແລະ ງົບປະມານມະຫາສານປະກອບສ່ວນເພື່ອຊາດຢ່າງຕໍ່ເນື່ອງ ໂດຍສະເພາະວຽກງານກິລາ ຫຼ້າສຸດກໍພາສາວຍົກນໍ້າໜັກລາວ ສ້າງປະຫວັດສາດຄວ້າຫຼຽນທອງຍົກນໍ້າຄົນພິການຊີງແຊ໋ມໂລກ

ທີ່ປະເທດກາຕ້າ ແລະ ກໍຍັງຕາງໜ້າບໍລິສັດ ມາດສເຕີເທສດລາວ ຈໍາກັດຜູ້ດຽວ ມອບເງີນ 100 ລ້ານກີບຊຸກຍູ້ງານກິລາແຫ່ງຊາດອີກດ້ວຍ.

ສະໜັບສະໜູນການລາຍງານຂ່າວໂດຍ
#ເດີນບານເຟີຣາຣີ
#ຮ້ານເບປີ້ງແບ້ສະຫວັນ
#ບໍລິສັດSPPການພິມແລະປ້າຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page