ແຈ້ງປັບລາຄານ້ຳມັນລົງ ເລິ່ມປະຕິບັດມື້ອື່ນ 06:00 ໂມງເຊົ້າ
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 12/01/2023 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0024/ອຄ ລົງວັນທີ 11 ມກ 2023.
ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບຂື້ນລາຄາຂາຍຍ່ອຍ
ແອັດຊັງພິເສດ ປັບລົງ -530ກີບ/ລິດ
ແອັດຊັງທຳມະດາ ປັບລົງ -340 ກີບ/ລິດ
ກາຊວນ ປັບລົງ -330 ກີບ/ລິດ
– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0024/ອຄ ລົງວັນທີ 11 ມກ 2023.,ຈົນກວ່າຈະມີການປ່ຽນແປງ.
– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0024/ອຄ ລົງວັນທີ 11 ມກ 2023., ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ

