ລົມສາວຄົນດຽວກັນໃຊ້ແກ້ວເບຍທຸບຫົວ ເສຍຊີວິດ
ລົມສາວຄົນດຽວກັນໃຊ້ແກ້ວເບຍທຸບຫົວ ເສຍຊີວິດ
..
ໃນຕົ້ນເດືອນ ພະຈິກ 2022 ທີ່ຜ່ານມາ ທ້າວ ເຈິເປາະ ອາຍຸ 23 ປີ ແຄ້ນໃຫ້ ທ້າວ ຍືເຄາະ ຄູ່ກໍລະນີ ທີ່ລົມສາວຄົນບ້ານດຽວກັນ ຈິ່ງໃຊ້ແກ້ວເບຍຕີຫົວ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດ ໃນເວລາ 5 ວັນຕໍ່ມາ.
ທ້າວ ເຈີເປາະ ສາລະພາບວ່າ: ກ່ອນເກີດເຫດຜູ້ກ່ຽວ ແລະ ໝູ່ 2 ຄົນ ໄດ້ໄປສັງສັນກັນຢູ່ຮ້ານບັນເທີງດຽວກັນກັບຄູ່ກໍ່ລະນີ ແລະ ໄດ້ສັ່ງເບຍ 1 ລັງມາດື່ມ.
ຮອດເວລາປະມານ 19 ໂມງ ຜູ້ກ່ຽວໄດ້ໄປເຂົ້າຫ້ອງນ້ຳ ແລ້ວບັງເອີນພົບເຫັນ ທ້າວ ຍືເຄາະ ທີ່ເປັນຄົນຄຽດແຄ້ນເກົ່າ ທີ່ລົມຜູ້ສາວຄົນດຽວກັນ ກຳລັງໄປເຂົ້າຫ້ອງນ້ຳເຊັ່ນດຽວກັນ. ຕົນເອງຈຶ່ງໄດ້ຈັບແກ້ວເບຍເປົ່າ 2 ແກ້ວ ຍ່າງນຳຫຼັງ.
ພໍຮອດຈຸດເກີດເຫດຂ້າງຫ້ອງນ້ຳ ຈຶ່ງໄດ້ລົງມືກໍ່ເຫດ ໃຊ້ແກ້ວເບຍຕີ່ໃສ່ບໍລິເວນຫົວຂອງ ທ້າວ ຍືເຄາະ 1 ບາດ ເຮັດໃຫ້ຜູ້ກ່ຽວລົ້ມລົງກັບພື້ນ. ສ່ວນອີກແກ້ວ 1 ໄດ້ຖີ້ມປະໄວ້ບ່ອນຈຸດເກີດເຫດແລ້ວແຍກຍ້າຍກັນກັບເຮືອນ.


ນັກຂ່າວ ປກສ ແຂວງຫຼວງນ້ຳທາ