ແຈ້ງການ ກ່ຽວກັບການຈຳຫນ່າຍພັນທະບັດ ທຫລ ສະກຸນເງິນກີບ
ຂ່າວດ່ວນ! ທະນາຄານກາງ ກຽມອອກພັນທະບັດ ງວດທີ 2 ດອກເບ້ຍ 20%ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1 ພັນຕື້ກີບ (ຄັ້ງວັນທີ 09 ມັງກອນ 2023)
.
ຫ້ອງການ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນວັນທີ 15 ມິຖຸນາ 2022 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກຈຳໜ່າຍພັນທະບັດ ທຫລ ສະກຸນເງິນກີບ ງວດທີ I ໃນວົງ ເງິນ 5.000 ຕື້ກີບ ດອກເບ້ຍ 20% ຕໍ່ປີ ອ
າຍຸພັນທະບັດ 06 ເດືອນ ສຸສັງຄົມ ໂດຍມີຈຸດປະສົງເພື່ອຈັດຕັ້ງ ປະຕິບັດນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ.
ຜ່ານການຈັດຕັ້ງ ປະຕິບັດ ເຫັນວ່າ ໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍການປະກອບສ່ວນເຂົ້າຊື້ພັນທະບັດ ທຫລ ເປັນຢ່າງດີ ຊຶ່ງ ໄດ້ຊ່ວຍເຮັດໃຫ້ສະພາບທາງດ້ານການເງິນ-ເງິນຕາ ພາຍໃນປະເທດ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.
ຮອດທ້າຍປີ 2022 ພັນທະບັດທ້ວງດັ່ງກ່າວ ກໍ່ເລີ່ມຄົບກຳນົດອາຍຸໄຖຖອນ ແລະ ທາງ ທຫລ ກໍ່ໄດ້ມີການຊຳລະຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ແກ່ຜູ້ທີ່ຖືຄອງພັນທະບັດ ໂດຍຜ່ານທະນາຄານທຸລະກິດທີ່ເປັນຕົວແທນຈຳໜ່າຍ ຄົບຖ້ວນຕາມ ຈຳນວນ ແລະ ຕາມກຳນົດເວລາຂອງການໄຖ່ຖອນພັນທະບັດ,
ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ເງິນຕາແຫ່ງຊາດ ບົນພື້ນຖານໃຫ້ບັນລຸໄດ້ຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືວາລະ ແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ສະນັ້ນ, ໃນວັນທີ 09 ມັງກອນ 2023 ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ຈະໄດ້ມີການສືບຕໍ່ອອກຈຳໜ່າຍພັນທະບັດ ທຫລ ສະກຸນເງິນ ກີບ
ງວດທີ 2 ໃນວົງເງິນຈຳໜ່າຍ 1.000.000.000.000 ກີບ (ໜຶ່ງພັນຕື້ກີບ) ໂດຍຈະຈຳໜ່າຍຜ່ານທະນາຄານ ທຸລະກິດ 7 ແຫ່ງ ທີ່ເປັນຕົວແທນຈຳໜ່າຍ ດັ່ງລຸ່ມນີ້:
1) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ;
2) ທະນາຄານ ພັດທະນາລາວ ຈຳກັດ;
3) ທະນາຄານ ສົ່ງເສີມກະສິກຳ ຈຳກັດ 4) ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ
5) ທະນາຄານ ຮ່ວມພັດທະນາ;
6) ທະນາຄານ ອຸດສະຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ (ໄອຊີພີຊີ);
7) ທະນາຄານ ປິໄອຊີ ລາວ ຈຳກັດ.
.
❖+ພັນທະບັດ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 2 ທີ່ອອກຈຳໜ່າຍ ມີຄຸນລັກສະນະຕົ້ນຕໍ
ດັ່ງນີ້:
– ວົງເງິນຈຳໜ່າຍ 1.000,000,000.000 ກີບ (ໜຶ່ງພັນຕື້ກີບ);
-ອາຍຸພັນທະບັດ 06 ເດືອນ ບໍ່ສາມາດປ່ຽນໄດ້;
-ອັດຕາດອກເບ້ຍ 20% ຕໍ່ປີ ຊຳລະຕົ້ນທຶນ ແລະ ດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ;
– ເປັນພັນທະບັດຮູບແບບເອເລັກໂຕຣນິກ ບໍ່ມີໃບພັນທະບັດເປັນເຈ້ຍ ແຕ່ຈະມີການອອກໜັງສືຢັ້ງຢືນ ການຖືຄອງພັນທະບັດ ຫຼື ເອີ້ນວ່າ “BOL Bill Certificate” ຈາກທະນາຄານທຸລະກິດທີ່ເປັນຕົວແທນຈຳໜ່າຍໃຫ້ແກ່ເຈົ້າຂອງພັນທະບັດ;
-ຜູ້ທີ່ມີເງື່ອນໄຂໃນການຊື້ພັນທະບັດແມ່ນ ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ນັບແຕ່01 ປີ ຂື້ນໄປ, ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບເງິນຝາກ;
-ມູນຄ່າຈໍາໜ່າຍພັນທະບັດຕໍ່າສຸດແມ່ນ 100.000 ກີບ (ໜຶ່ງແສນກີບ); ໃນນັ້ນ, ບຸກຄົນ ສາມາດຊື້ໄດ້ ສຸງສຸດ ບໍ່ເກີນ 2.000.000.000 (ສອງຕື້ກີບ) ແລະ ນິຕິບຸກຄົນ ສາມາດຊື້ໄດ້ສູງສຸດ ບໍ່ເກີນ 10.000.000.000 (ສິບຕື້ກີບ);
ສະນັ້ນ, ບັນດາທ່ານຜູ້ທີ່ມີຄວາມສົນໃຈຊື້ພັນທະບັດ ທຫລ ສະກຸນເງິນກີບ ງວດທີ 2 ແມ່ນສາມາດເຂົ້າ ໄປພົວພັນກັບທະນາຄານທຸລະກິດທີ່ເປັນຕົວແທນຈໍາໜ່າຍ ນັບແຕ່ວັນທີ່ເລີ່ມຈຳໜ່າຍ ເປັນຕົ້ນໄປ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ.
.
.


…


..
…