ຂ່າວລາຍວັນ

ດີໃຈສຸດ! ຄັ້ງປະຫັວດສາດ ທີ່ລາວໄດ້ຄະແນນໂຫວດ ຫລາຍທີ່ສຸດໃນໂລກ

ເຫັນລະບໍ ຄວາມສາມັກຄີຂອງຊາວເຜົ່າມົ້ງ ແລະ ຄົນເຊື້ອຊາດລາວ ພ້ອມກັນໂວດເສຍເງິນທົ່ວທຸກມຸມໂລກ ຈົນນາງງາມເຮົາ ໄດ້ລາງວັນຂວັນໃຈມະຫາຊົນ ເພາະຄະແນນໂວດສູງສຸດ ຄວົ້າຫຼຽນຄຳທີ l ໄປເລີຍ. ຂໍສະແດງຄວາມຍິນດີກັບປະເທດລາວ

,

ຊະນະເລີດ : LAOS

ຮອງທີ 1: ກຳປູເຈຍ

ຮອງທີ 2: ຟີລິບປິນ

ມື້ນີ້ 12 ມັງກອນ 2023 ເປັນມື້ທີ່ມີຄວາມໝາຍສຳຄັນທີ່ສຸດອີກມື້ໜຶ່ງຂອງກອງປະກວດນາງງາມຈັກກະວາ ຫຼື Miss Universe 2022 ເຊິ່ງຫຼາຍຄົນຄົງໄດ້ເບິ່ງແລ້ວຕອນເຊົ້າມື້ນີ້ມີທັງຮອບຄັດເລືອກ ແລະຮອບຊຸດປະຈຳຊາດ.

ອັນທີ່ສຳຄັນຫຼາຍກວ່ານັ້ນແມ່ນຕົວແທນສາຍສະພາຍລາວ ນ້ອງປ່າເຢັ້ງຊາ ລໍ່ໄດ້ທຸ່ມເທສຸດຫົວໃຈ ເພື່ອເຊີດຊູຊື່ສຽງປະເທດລາວໃນເວທີຈັກກະວານ ສາມາດເຊີດສາຍໄດ້ຢ່າງໜ້າຊື່ນຊົມ.

ພີ່ນ້ອງຊາວລາວ ເໜືອກວ່າການໄດ້ສົ່ງສາວມົ້ງຄົນທຳອິດສູ່ເວທີຈັກກະວານຄື ນ້ອງໄດ້ເປັນສາວງາມຈາກ ສປປ ລາວໃນເວທີມິສຢູນີເວີດຄົນທຳອິດທີ່ໄດ້ຄະແນນໂຫວດສູງທີ່ສູງມາໂດຍຕະຫຼອດ ແລະເປັນຄົນປະຫວັດສາດນັບແຕ່ລາວໄດ້ສົ່ງນາງງາມເຂົ້າປະກວດໃນເວທີດັ່ງກ່າວເປັນຕົ້ນມາ.

ຕາມລາຍງານຫຼ້າສຸດ ຜູ້ເຂົ້າປະກວດສາວງາມມິສຢູນີເວີດຄັ້ງທີ 71 ນີ້ ນ້ອງປ່າເຢັ້ງຊາ ລໍ່ ຍັງໄດ້ຄະແນນນຳມາຮອດມື້ນີ້ ແລະ ຮອດມື້ນີ້ເວລາ 18:00 ໂມງ ຕາມເວລາໃນທ້ອງຖິ່ນທີ່ນິວອໍລິນ ຈະໄດ້ທຳການປິດໂຫວດຢ່າງເປັນທາງການ.

ນ້ອງຈະບໍສາມາດມາຮອດຈຸດນີ້ໄດ້ຖ້າປາສະຈາກການສະໜັບສະໜູນຈາກພີ່ນ້ອງຊາວລາວ ແລະຊາວມົ້ງຈາກທົ່ວໂລກທີ່ສົ່ງແຮງໃຈສົ່ງດາວໃຫ້ຢ່າງຕໍ່ເນື່ອງມາ ແລະພວກເຮົາລໍຟັງຂ່າວຕໍ່ລາວຈະມີຫຍັງເປັນພິເສດຫຼັງຈາກນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page