ຂ່າວລາຍວັນ

ເກີດເຫດໄຟລຸກໄໝ້ເດີ່ນຫຍ້າບໍລິເວນ ດ້ານຂ້າງຂອງສະໜາມບິນຊຽງຂວາງ

ໃນຕອນທ່ຽງຂອງວັນທີ 14 ມັງກອນ ເວລາປະມານ 13:00 ໂມງ ໄດ້ເກີດເຫດໄຟລຸກໄໝ້ເດີ່ນຫຍ້າບໍລິເວນ ດ້ານຂ້າງຂອງສະໜາມບິນຊຽງຂວາງ ກໍ່ໃຫ້ເກີດມີກຸ່ມຄວັນລອຍຂຶ້ນຢ່າງໜາແໜ້ນ ເຮັດໃຫ້ບາງຖ້ຽວບິນເກີດຄວາມຫຼ້າຊ້າ.

.

ທັນທີທີ່ເກີດເຫດ ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າລະງັບເຫດການ ແລະ ຄວບຄຸມໄຟໄດ້ສຳເລັດແລ້ວ ເຫຼືອພຽງກຸ່ມຄວັນທີ່ຄ່ອຍໆຈາງຫາຍໄປຕາມລຳດັບ. ສ່ວນສາເຫດຂອງໄຟໄໝ້ຄັ້ງນີ້ນັ້ນຍັງບໍ່ມີການລະບຸຢ່າງຊັດເຈນ.

.

ຢ່າງໃດກໍຕາມ ເຫດດັ່ງກ່າວບໍ່ໄດ້ສ້າງຄວາມເສຍຫາຍຫຍັງໃຫ້ແກ່ ຕົວສະໜາມບິນ ແລະ ຄາດວ່າຖ້ຽວບິນຕ່າງໆຈະກັບມາໃຫ້ບໍລິການປົກກະຕິໃນໄວໆນີ້.

,

ຊົມຄລີບ 1

ຊົມຄລີບ 2

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page