ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ
ທ່ານຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງຂອງກອງປະຊຸມກົມການເມືອງສູນກາງເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ວັນທີ 25 ມັງກອນ 2023;


ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນ ມັງກອນ 2023 ໃນວາລະຕອນເຊົ້າຂອງວັນທີ 30 ມັງກອນ 2023 ໄດ້ຕົກລົງ ຄືດັ່ງນີ້:
1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນໍ້າທາ;
2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ;
3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ;
4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ;
5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໃໝ່ທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່;
6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມ ຈະໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການ ຮຽບຮຽງ ກົດຫມາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາການສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX,
ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍ ປີ 2023- 2025, ຄົ້ນຄວ້າພິຈາລະນາບາງຄໍາຮ້ອງຂໍຄວາມເປັນທໍາ ແລະ ຄົ້ນຄວ້າພິຈາລະນາວຽກງານພາຍໃນ ສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານ ຂອງບັນດາກໍາມາທິການ, ຄະນະເລຂາທິການ ແລະ ສະ ຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.
ຂ່າວ: ຄຳໂຖ