ຂ່າວລາຍວັນ

ດ່ວນ!..ຄົນຈີນບໍ່ຍອມຊົດເຊີຍຄ່າເສຍຫາຍ ໃຫ້ປະຊາຊົນ ຈື່ງເກີດເປັນເລື່ອງ

ເຫດການເກີດທີ່,ບ້ານແຊວລີສູ່,ເມືອງຍອດອູ,ແຂວງຜົ້ງສາລີ,

,,

ຕາມລາຍງານຈາກປະຊາຊົນບ້ານແຊວລີສູ່:ວ່າ ມີບໍລິສັດຈີນ ຊື່ວ່າ:ບໍລິສັດ ຢຸນນານວັນເວ ພະລັງງານຈຳກັດ,ໄດ້ມາລົງທຶນ ສານປະທານ ຂຸດຄົ້ນແຮ່ຖ່ານ ,ເຂດບ້ານແຊວລີສູ່ ແລະ ດີນນາ ດີນສວນ ຂອງປະຊາຊົນຊາວບ້ານແຊວລີສູ່ຫຼາຍຄອບຄົວຖືກໂຄງການ,

ແຕ່ບໍລິສັດບໍ່ຍອມຊົດເຊີຍຄ່າເສຍຫາຍ ໃຫ້ປະຊາຊົນຊາວນາ ຊາວໄຮ່ ຕາມສົມຄວນ, ແລະ ເກີດເຫດຂູ່ຕີປະຊາຊົນຫຼາຍຄັ້ງ,

ຄັ້ງສຸດທ້າຍແມ່ນ ຕາມໃນຄຣິບວິດີໂອ,ຄືບໍລິສັດກັບປະຊາຊົນຊາວໄຮ່ ມີການຂັດແຍ້ງ ແລ້ວນາຍບ້ານ ກັບ ກອງຫລອນບ້ານໄປເຄຍໃຫ້ ແຕ່ສຸດທ້າຍຖືກຄົນຈີນຕີ ແລະ ຄົນຈີນເອົາປືນໄລ່ຍິ່ງກອງຫລອນ ກັບ ຊາວບ້ານ ຕາມດັ່ງໃນຄຣິບ

ຂໍວອນ ຂັ້ນເທີງພາກສ່ວນກ່ຽວຂ້ອງລົງກວດສອບແດ່ເດີ

ປະຊາຊົນຖືກຂົ່ມເຫັງຫຼາຍເທື່ອແລ້ວ ແຕ່ເຈົ້າໜ້າທີ່ແຖວນັ້ນ ບໍ່ມີການແກ້ໄຂຄວາມເປັນຍຸເປັນທໍາ ແລະ ຄົນຈີນມີ ການກະທຳຜິດ ກໍ່ບໍ່ໄດ້ຖືກລົງໂທດໃດໆເລີຍ

ຊົມຄລີບ 1

ຊົມຄລີບ 2

ຊົມຄລີບ 3

ທີ່ມາ

,

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page