ຂ່າວລາຍວັນ

ຈັບໄດ້​ແລ້ວ​!​ ຜູ້ກໍ່ເຫດ ຂ້າ​ຊີງຊັບ ຢູ່ເມືອງ​ມະຫາໄຊ​ ແຂວງຄຳມ່ວນ

ຈັບໄດ້​ແລ້ວ​!​ ຜູ້ກໍ່ເຫດ ຂ້າ​ຊີງຊັບ ຢູ່ເມືອງ​ມະຫາໄຊ​ ແຂວງຄຳມ່ວນ

,

ໃນຄືນວັນທີ​ 30 ມັງກອນ 2023 ຜ່ານມານີ້​ ມີເຫດຄາຕະກຳເກີດຂຶ້ນ​ ຢູ່ບ້ານໂພນສະອາດ ເມືອງມະຫາໄຊ ແຂວງຄຳມ່ວນ,​ ຜູ້ເສຍຊີວິດຊື່ ເຢັ໋ນລີ່ ເຮັດທຸລະກິດຄ້າຂາຍ​ ເຊິ່ງຄາດວ່າ ເຫດຈູງໃຈແມ່ນຂ້າຊີງຊັບ ເນື່ອງຈາກຊັບສົມບັດຈຳນວນຫລາຍເສຍຫາຍ.

ຫລ້າສຸດ​ ວັນທີ​ 31 ມັງກອນ​2023 ນີ້​ ເຈົ້າໜ້າທີ່ ປກສ​ ສາມາດຈັບຕົວຜູ້ກໍ່ເຫດໄດ້ແລ້ວ ພ້ອມຫລັກຖານເງິນທີ່ໄດ້ຈາກການຂ້າຊີງຊັບມາຈຳນວນຫລາຍ.

ສ່ວນລາຍລະອຽດຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່ ຫາກມີຄວາມຄືບໜ້າ​ ທີມງານ​ຂ່າວ​ໜັງສືພິມລາວພັດທະນາ​ຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page