ຂ່າວລາຍວັນ
ລາຍໃຫຍ່ກໍ່ໄປບໍ່ລອດ ຜູ້ຖືກຫາພ້ອມຢ າ 16 ເປົາ ຖືກ ເຈົ້າໜ້າທີ່ຈັບໄດ້
ໄປບໍ່ລອດ ຜູ້ຖືກຫາພ້ອມຢາໄອສ໌ 500 ກິໂລ ຖືກ ເຈົ້າໜ້າທີ່ຈັບ
.


ເຈົ້າໜ້າທີ່ ຕໍາຫຼວດ ປກສ ເມືອງຕົ້ນເຜີ້ງ ໄດ້ສົມທົບກັບພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່


ໃນວັນທີ 7 ກຸມພາ 2023 ສາມາດຢືດຂອງກາງຢາເສບຕິດ ປະເພດຢາໄອສ໌ ຈໍານວນ 16 ເປົາ, ມີ 500 ຫໍ່, ນໍ້າໜັກ 500 ກິໂລກຼາມ, ລົດໃຫຍ່ 3 ຄັນ ແລະ ຜູ້ຖືກຫາ 4 ຄົນ.


ລາຍລະອຽດ ສື່ມວນຊົນປ້ອງກັນຄວາມສະຫງົບຈະລາຍງານເພີ່ມເຕີມຕາມພາຍຫຼັງ.


ຂ່າວ: ໜັງສືພິມຄວາມສະຫງົບ