ເກີດອຸບັດເຫດ ລົດໂດຍສານຕຳກັບ ລົດຂົນສົ່ງ ເສຍຊີວິດ 10 ຄົນ
ພາກກາງຫວຽດນາມເກີດອຸບັດເຫດລົດໂດຍສານຕຳກັບລົດຂົນສົ່ງສິນຄ້າ ມີຜູ້ເສຍຊີວິດ 10 ຄົນ
,
ວັນທີ 14 ກຸມພານີ້, ຢູ່ແຂວງກວາງນາມ ພາກກາງຫວຽດນາມ, ໄດ້ເກີດອຸບັດເຫດລົດໂດຍສານຕຳກັບລົດຂົນສົ່ງສິນຄ້າຢ່າງຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ, ແລະບາດເຈັບເປັນຈຳນວນຫຼາຍ.


ຄະນະກຳມະການຮັກສາຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດຫວຽດນາມແຈ້ງໃຫ້ຮູ້ວ່າ, ອຸບັດເຫດດັ່ງກ່າວເກີດຂຶ້ນຢູ່ທາງສີ່ແຍກແຫ່ງໜຶ່ງຕາມທາງຫຼວງລະດັບແຂວງທີ່ເມືອງລຸຍໄທແຂວງກວາງນາມ,
ລົດໂດຍສານ 16 ບ່ອນນັ່ງໄດ້ຕຳກັບລົດຂົນສົ່ງສິນຄ້າ, ລົດໂດຍສານປີ້ນໄປທາງຂ້າງ, ຖືກເປ່ເພຢ່າງໜັກ. ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 6 ຄົນແລະມີ 40 ຄົນເມື່ອສົ່ງຕົວເຂົ້າປິ່ນປົວຢູ່ໂຮງໝໍແລ້ວໄດ້ເສຍຊີວິດໃນເວລາຕໍ່ມາ,


ນອກນັ້ນ, ຍັງມີຜູ້ບາດເຈັບອີກຫຼາຍຄົນກຳລັງໄດ້ຮັບການປິ່ນປົວຢູ່.


ປັດຈຸບັນ, ພະນັກງານປ້ອງກັນຄວາມສະຫງົບທ້ອງຖິ່ນດັ່ງກ່າວກຳລັງແກ້ໄຂວຽກງານຕ່າງໆພາຍຫຼັງເກີດເຫດ, ແລະໄດ້ເລີ່ມສືບສວນຊອກຫາສາເຫດຢ່າງລະອຽດແລ້ວ.


,


ຊົມຄລີບ